ອຸດົມໄຊເຂັ້ມງວດ ແຈ້ງ 7 ເມືອງທົ່ວແຂວງ ປິດຮ້ານບັນເທີງ ຮ້ານຄາລາໂອເກະ ສະກັດໂຄວິດແຂວງ ອຸດົມໄຊ ອອກແຈ້ງການ ເຖີງ 7 ເມືອງໃນທົ່ວແຂວງ ໂດຍໃຫ້ບັນດາທ່ານເຈົ້າເມືອງ ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນເມືອງ ອອກຄໍາສັ່ງ ຫຼື ແຈ້ງການ ປິດກິດຈະການຮ້ານບັນເທີງ, ຮ້ານຄາລາໂອເກະ ແລະຮ້ານກິນດື່ມ (ຮ້ານກັບແກ້ມເຫຼົ້າເບຍ) ທີ່ນອນຢູ່ພາຍໃນເມືອງຂອງຕົນເອງ ນັບແຕ່ມື້ທີ່ໄດ້ຮັບແຈ້ງການສະບັບນີ້ເປັນຕົ້ນໄປຈົນກວ່າຈະ
ໄດ້ຮັບອະນຸຍາດໃຫ້ເປີດໃໝ່ ສໍາລັບຮ້ານມິ່ງຂັວນ ຢູ່ເທດສະບານເມືອງໄຊ ແມ່ນໃຫ້ຢຸດຕິປິດດໍາເນີນກິດຈະການຕະຫຼອດໄປ ແລະ ມອບໃຫ້ອົງການປົກຄອງເມືອງໄຊລົງເອົາຂໍ້ມູນຕົວຈິງພ້ອມດໍາເນີນຄະດີຕາມກົດໝາຍ ແລະ ລະບຽບການຂອງບ້ານເມືອງມອບໃຫ້ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ປະສານສົມທົບ ຫຼື ຊີ້ນຳ
ເມືອງກວດກາ, ປະເມີນຄືນບັນດາຮ້ານບັນເທີງ, ຮ້ານຄາລາໂອເກະ ແລະ ຮ້ານກິນດື່ມ (ຮ້ານກັບແກ້ມເຫຼົ້າເບຍ) ຢູ່ແຕ່ລະເມືອງໃນທົ່ວແຂວງວ່າຮ້ານໃດຄວນໃຫ້ດໍາເນີນກິດຈະການ ແລະ ຮ້ານໃດຄວນໃຫ້ຢຸດຕິ ຫຼື ໂຈະການດໍາເນີນກິດຈະການ ໂດຍຄໍານຶງເຖິງຜົນກະທົບທາງສັງຄົມ, ຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ. ໃຫ້ສືບຕໍ່ຄົ້ນຄວ້າດັດສົມບັນດາຮ້ານດັ່ງກ່າວຢູ່ແຕ່ລະເມືອງໃຫ້ເໝາະສົມ ແລະ ຄຸ້ມຄອງໃຫ້ເຂັ້ມງວດຕາມກົດໝາຍແລະ ລະບຽບການຕ່າງໆຂອງພັກ-ລັດວາງອອກຢ່າງເຂັ້ມງວດ.