ເຫດເກີດທີ່ບັງກະລາເທດ: ໄດ້ເກີດເຫດຟ້າຜ່າລົງຂະບວນງານແຕ່ງ ແຂກທີ່ມາຮ່ວມງານເສຍຊີວິດ 17 ຄົນ, ເຈົ້າບ່າວໄດ້ຮັບບາດເຈັບໜັກ.
ໃນຂະນະທີ່ຂະບວນເຮືອແຕ່ງງານຂອງເຈົ້າບ່າວເດີນທາງມາໃກ້ຈະຮອດເຈົ້າສາວແຕ່ດິນຟ້າອາກາດບໍ່ເປັນໃຈມາພົບກັບພາຍຸ, ຝົນຕົກຟ້າເຫຼື້ອມໜັກ ແຂກທີ່ກຳລັງແລ່ນຂຶ້ນຝັ່ງເພື່ອຫຼົບຝົນ ກໍ່ເກີດເຫດບໍ່ຄາດຄິດ
ໄດ້ເກີດມີສາຍຟ້າຟາດລົງກາງຂະບວນຫຼາຍຄັ້ງພາຍໃນບໍ່ເທົ່າໃດວິນາທີ ໄດ້ເຮັດໃຫ້ແຂກເສຍຊີວິດ 17 ຄົນ, ບາດເຈັບ 14 ຄົນ ລວມທັງເຈົ້າບ່າວບາດເຈັບສາຫັດ.