ລັດວິສາຫະກິດ ນໍ້າປະປາ ນະຄອນຫຼວງ ວຽງຈັນ ແຈ້ງຢຸດບໍລິການນໍ້າຊົ່ວຄາວທີ່ໂຮງງານຜະລິດນໍ້າປະປາດົງບັງ ເພື່ອຈະໄດ້ປ່ຽນຕູ້ຄວບຄຸມ Moter Pump ເຊິ່ງຈະສົ່ງຜົນໃຫ້ນໍ້າອອກຄ່ອຍ ແລະ ບໍ່ມີນໍ້າໃຊ້ໃນຂອບເຂດບ້ານ ຂອງເມືອງ ໄຊທານີ ແລະ ໄຊເສດຖາ.
ໃນວັນພະຫັດ ວັນທີ 5/08/21 ເວລາ 10:00 ໂມງ ຫາ 17:00 ໂມງ ແລະວັນທີ 9/08/21 ເວລາ .10:00 ໂມງ ຫາ 17:00 ໂມງ. ຂອບເຂດ ເມືອງໄຊທານີ ແລະ ເມືອງໄຊເສດຖາ ນະຄອນຫຼວງ ວຽງຈັນ.
ດັ່ງນັ້ນ ຂໍໃຫ້ພໍ່ແມ່ປະຊາຊົນທີ່ຢູ່ເຂດດັ່ງກ່າວນີ້ ກະກຽມໂຕ່ງນໍ້າໄວ້ກ່ອນລ່ວງໜ້າ ເພື່ອຊົມໃຊ້ຊົ່ວຄາວຈົນກວ່າແຮງດັນນໍ້າຈະມາເປັນປົກກະຕິ ແລະ ຂໍອາໄພມານະທີ່ນີ້ດ້ວຍ.
ສອບຖາມເພີ້ມເຕີມສາຍດ່ວນ:1169