ພີ່ນ້ອງລຽບເຊບັ້ງໄຟ! ຈົ່ງເຝົ້າລະວັງ ແລະ ມີສະຕິກຽມຮັບມືກັບສະພາບນ້ຳຖ້ວມຍຶ່ງ

0
251

ອີງຕາມການພະຍາກອນອາກາດ ປະຈໍາວັນທີ 03 ສິງຫາ 2021 ໃຫ້ຮູ້ວ່າ: ຮ່ອງຄວາມກົດດັນອາກາດຕໍ່າຍັງສືບພາດຜ່ານ ຢູ່ພາກເໜືອ ຂອງປະເທດລາວ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ ຊຶ່ງຍັງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ທົ່ວໄປໃນແຕ່ລະພາກ ແລະ ຈະຕົກໃນລະດັບປານກາງ ຫາ ໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ.

ດັ່ງນັ້ນ, ຂໍແຈ້ງເຕືອນເຖິງ ປະຊາຊົນບັນດາເຜົ່າໂດຍສະເພາະຜູ້ທີ່ອາໄສຢູ່ລຽບຕາມແຄມນໍ້າເຊບັ້ງໄຟ ຈົ່ງມີສະຕິຕໍ່ສະພາບນໍ້າຖ້ວມຍຶ່ງ, ເກັບມ້ຽນວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງ, ຜົນລະປູກໄປໄວ້ບ່ອນທີ່ສູງ ແລະ ປອດໄພ, ພ້ອມນີ້ຂໍໃຫ້ ຕິດຕາມການລາຍງານຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.