ວັນທີ 31 ກໍລະກົດ 2021ນີ້ ແຂວງໄຊຍະບູລີ.ມີຜູ້ຕິດເຊື້ອໂຄວິດ ໃນຊຸມຊົນ1ຄົນເປັນຜູ້ຕິດເຊື້ອຄົນທີ 8 ຂອງແຂວງ, ບຸກຄົນດັ່ງກ່າວເປັນພະນັກງານແພດທີ່ປະຕິບັດໜ້າທີ່ໃນການເກັບເຊື້ອຕົວຢ່າງມາວິເຄາະແຕ່ໂຊກບໍ່ດີ ຈຶ່ງໄດ້ຮັບເຊື້ອຈາກຜູ້ຕິດເຊື້ອເກົ່າ.
ແຕ່ກໍມີກະແສດຣາມ່າຈາກສັງຄົມວ່າ ຍ້ອນປະໝາດ, ບໍ່ໃສ່ຊຸດ.ເຊິ່ງເຈົ້າຕົວກໍອກມາຊີ້ແຈງວ່າບໍ່ແມ່ນຄວາມຈິງ ເພາະພະນັກງານແພດໝໍຈະປະຕິບັດໜ້າທີ່ຕ້ອງໄດ້ໃສ່ຊຸດ PPE ຕາມກົດຢ່າງເຄັ່ງຄັດ.
ແນວໃດກໍດີຂໍເປັນກຳລັງໃຈໃຫ້ພະນັກງານແພດໝໍທຸກໆທ່ານຈົ່ງສູ້ຕໍ່ໄປບໍ່ມີໃຜຢາກໃຫ້ເກີດເລື່ອງແບບນີ້ ແລະຂໍໃຫ້ສັງຄົມຈົ່ງຢ່າແນວບໍ່ດີ ຈົນໃຫ້ສະພາບບັນທອນຈິດໃຈຮ້າຍແຮງໄປກວ່ານີ້.ແພດໝໍສູ້ໆ ຂໍໃຫ້ປອດໄພທຸກໆຄົນ.