ຂປລ. ໃນວັນທີ 29 ກໍລະກົດ 2021 ແຂວງວຽງຈັນ ໄດ້ຮັບແຮງງານ ທີ່ເປັນພົນລະເມືອງຂອງແຂວງ ທີ່ກັບມາຈາກປະເທດເພື່ອນບ້ານ ຈໍານວນ 39 ຄົນ, ຍິງ 21 ຄົນ ທີ່ກັກຕົວສູນກັກກັນ ຫລັກ 27ມາສືບຕໍ່ກັກບໍລິເວນຢູ່ແຂວງຂອງຕົນ.ທ່ານ ພັນໂທ ບຸນນຳ ຜາສຸຍໄຊງາມ ຫົວໜ້າພະແນກ ຕມ ປກສ ແຂວງວຽງຈັນ, ໃນນາມຕາງໜ້າ
ຄະນະຮັບຜິດຊອບເຄື່ອນຍ້າຍແຮງງານ ແຈ້ງວ່າ: ແຮງງານລາວ ຈຳນວນ 39 ຄົນ, ທີ່ໄດ້ຮັບເຂົ້າມາມື້ນີ້, ແມ່ນພົນລະເມືອງຂອງແຂວງວຽງຈັນ ທີ່ນອນຢູ່ໃນ 7 ເມືອງ ເຊັ່ນ: ເມືອງວຽງຄຳ 1 ຄົນ, ເມືອງຊະນະຄາມ 23 ຄົນ, ວັງວຽງ 7 ຄົນ, ເມືອງໝື່ນ 3 ຄົນ, ທຸລະຄົມ 1 ຄົນ, ເມືອງເຟືອງ 1 ຄົນ ແລະ ໂພນໂຮງ 3 ຄົນ.
ແຮງງານລາວດັ່ງກ່າວ, ແມ່ນຮັບມາຈາກສູນກັກກັນຕົວຫລັກ 27 ເພື່ອມາສືບຕໍ່ກັກບໍລິເວນຢູ່ສູນຂອງແຂວງ ເພື່ອເກັບກຳຂໍ້ມູນຂອງແຕ່ລະບຸກຄົນ ແລ້ວຈັດສົ່ງຕໍ່ລົງບັນດາເມືອງ ເພື່ອກັກບໍລິ ເວນ ແລະ ຕິດຕາມອາການອີກ 14 ມື້ ຖ້າບໍ່ມີເຊື້ອແລ້ວ ຈຶ່ງສົ່ງມອບໃຫ້ໄປຢູ່ນຳຄອບຄົວຕາມປົກກະຕິ.
ຂ່າວ: ບຸນທະວີ