ວັນຈັນ:ການງານ ເໝາະກັບງານດ້ານການວາງແຜນ ງານດ້ານໂຄສະນາ ດ້ານທະນາຄານ ຊຶ່ງເປັນງານທີ່ຈະເຮັດໃຫ້ເກີດຄວາມກ້າວໜ້າ ການເງິນ ພະຍາຍາມບໍລິຫານຈັດການທາງດ້ານການເງີນໃຫ້ຜ່ານພົ້ນໄປໃຫ້ໄດ້ ແມ່ນຈະຕ້ອງຄຽດ ຫລືພົບກັບສະຖານນະການທີ່ບໍ່ແນ່ນອນດ້ວຍກໍຕ້ອງມີຄວາມອົດທົນ ຄວາມຮັກ ຢັງບໍ່ມີເວລາເທົ່າໃດໃຫ້ເລື່ອງຄວາມຮັກ ແຕ່ກໍຍັງມີຄົນມາສົນໃຈທ່ານສະເໝີ ຊຶ່ງກໍຍັງບໍ່ໄດ້ຕັດສິນໃຈທີ່ຈະເລືອກໃຜ ຫລືໃຫ້ຄວາມສົນໃຈໃຜເປັນພິເສດ
ວັນຄານ:ການງານ ຈະຈັບງານຫຍັງໃນຊ່ວງນີ້ຈະປະສົບຄວາມສຳເລັດຢູ່ໃນເກນທີ່ດີ ແຕ່ຕ້ອງລະວັງໃນເລື່ອງຂອງການເຊັນຄ້ຳປະກັນຊຶ່ງບໍ່ຄວນເຮັດ ການເງິນ ຊ່ວງນີ້ຫາເງີນໃຊ້ຈ່າຍໄດ້ຢ່າງຄ່ອງຕົວ ມີອຸປະສັກຕິດຂັດດ້ວຍນ້ອຍໆ ແຕ່ສຸດທ້າຍກໍຈະຫາເຂົ້າມາໄດ້ເພິ່ມເຕິມ ເພີ່ມຂຶ້ນ ຄວາມຮັກ ມີໂອກາດພົບຄົົນທີ່ຖືກໃຈ ຄວາມສຳພັນໃນຕອນນີ້ຈະມີອຸປະສັກໃນເລື່ອງຂອງເວລາ ແລະໄລຍະທາງເທົ່ານັ້ນ ແຕ່ໃນເລື່ອງອື່ນໆ ກໍຈະຫວານຊື່ນກັນດີ
ວັນພຸດ:ການງານ ເຮັດຕາມຫນ້າທີ່ໃຫ້ດີທີ່ສຸດກໍພຽງພໍແລ້ວໃນຊ່ວງນີ້ ແລະຕ້ອງມີຄວາມພະຍາຍາມ ແລະມີຄວາມຕັ້ງໃຈໃຫ້ຫລາຍ ຢ່າຫຍໍ້ທໍ້ຈຶ່ງຈະເຂົ້າກັບສະຖານນະການໃນຊ່ວງນີ້ ການເງິນ ມີເລື່ອງທີ່ຕ້ອງຈ່າຍຫລາຍໃນຊ່ວງນີ້ ກັງວົນໃນເລື່ອງການໃຊ້ຈ່າຍ ແຕ່ບາງເທື່ອກໍຫຼີກລ້ຽງບໍ່ໄດ້ເພາະເປັນເລື່ອງທີ່ຈຳເປັນ ຄວາມຮັກ ໄດ້ພົບຄົົນທີ່ມີສະເນ່ ຫລືເປັນການພັດທະນາຄວາມສຳພັນຈາກການເປັນເພື່ອນກັນມາກ່ອນ ແຕ່ກໍຕ້ອງຖືຮັກສານ້ຳໃຈກັນແລະກັນຈຶ່ງຈະດີ
ວັນພະຫັດ:ການງານ ເໝາະກັບທຸລະກິດດ້ານການຄ້າ ທຸລະກິດດ້ານການສຶກສາ ແລະດຸໝັ່ນເຮັດໃຫ້ເກີດຄວາມຈະເລີນຮຸ່ງເຮືອງໄດ້ ການເງິນ ທັງຮັບ ແລະຈ່າຍສະລັບປັບປ່ຽນກັນໄປໃນຊ່ວງນີ້ ເຖິງລາຍຈ່າຍຫລາຍ ແຕ່ກໍຍັງຫາໄດ້ຫລາຍຢູ່ ຈຶ່ງພໍຍັງໝຸນຫາໃຊ້ຈ່າຍໃຫ້ຜ່ານພົ້ນໄປໄດ້ນັ້ນເອງ ຄວາມຮັກ ຫາກຈະໄດ້ພົບໃຜໃນຊ່ວງນີ້ ທ່ານຈະເປັນຄົນຮູບຮ່າງສັນທັດ ຜິວຂາວ ໄດ້ພົບກັນເນື່ອງຈາກການແນະນຳໃຫ້ກັນໃນກຸ່ມໝູ່ເພື່ອນ
ວັນສຸກ:ການງານ ການເຈລະຈາ ການບໍລິຫານຈັດການທາງດ້ານການງານຍັງຍາກຢູ່ ເພາະມີອຸປະສັກຫລາຍ ແຕ່ເມື່ອທຸ້ມເທຢ່າງເຕັມທີ່ກໍຈະຜ່ານໄປໄດ້ໃນທີ່ສຸດ ການເງິນ ມີຄວາມກັງວົນໃຈເລື່ອງການເງີນ ແລະການບໍລິຫານຈັດການເລື່ອງລາຍຈ່າຍໃນຊ່ວງນີ້ເພາະພາລະຕ່າງໆ ມີຫລາຍ ແລະເປັນເລື່ອງທີ່ຈຳເປັນ ຄວາມຮັກ ມີໂອກາດພົບໃຜບາງຄົົນທີ່ຈະເຂົ້າມາໃນໄລຍະນີ້ຢູ່ໃນເກນຜິວສອງສີ ແຕ່ຄວາມຊັດເຈນ ຫລືເວລາທີ່ມີໃຫ້ກັນຍັງບໍ່ຫລາຍພໍ ຈຶ່ງຍັງບໍ່ໄດ້ຕັດສິນໃຈໃດໆ ລົງໄປ
ວັນເສົາ:ການງານ ມີການປັບປ່ຽນໃນເລື່ອງຂອງການງານ ຊຶ່ງຕ້ອງມີຄວາມຈິງຈັງ ແລະລະອຽດອ້ອມຄອບ ຕັ້ງເປົ້າໝາຍໃຫ້ສູງເພາະການງານຈະນຳຕົນເອງໄປສູ່ຄວາມສຳເລັດ ແລະມີຊື່ສຽງ ການເງິນ ມີທັງຮັບທັງຈ່າຍໃນຊ່ວງນີ້ ແຕ່ກໍຈະຫາເຂົ້າມາໄດ້ ຫລືມີກນໃຫ້ການຊ່ວຍເຫລືອ ຫລືອຸບປະຖຳທາງດ້ານການເງີນກໍເປັນໄປໄດ້ ມີໂອກາດໄດ້ເງີນຈາກເພື່ອນຕ່າງເພດ ຄວາມຮັກ ໂດດເດັ່ນຖ້າຫາກຈະພົບໃຜໃນຊ່ວງນີ້ທ່ານຈະເປັນຄົນສະຫລຽວສະຫລາດ ມີເກນອາຍຸນ້ອຍກວ່າ ເປັນຄົົນທີ່ຈິງຈັງ ແລະຈິງໃຈ
ວັນອາທິດ:ການງານ ຈະຈັບເຮັດວຽກຫຍັງໃນຊ່ວງນີ້ມີຄວາມສຳເລັດ ມີແຕ່ຄວາມໂຊກດີ ແຕ່ກໍຕ້ອງພົບອຸປະສັກຕ່າງໆ ແຕ່ກໍສາມາດທີ່ຈະຈັດການໄດ້ ການເງິນ ຫາໃຊ້ຫາຈ່າຍໄດ້ຢູ່ເລື້ອຍໆ ໃນຊ່ວງນີ້ ບໍລິຫານຈັດການດ້ານການເງີນໃຫ້ຜ່ານພົ້ນໄປໄດ້ ແມ່ນເຮັດໄດ້ບໍ່ດີຫຼາຍ ແຕ່ກໍຄວນຈະພໍໃຈ ຄວາມຮັກ ມີໂອກາດພົບຄົນສະຫລຽວສະຫລາດ ໃຈຮ້ອນ ຢູ່ໃນເກນອາຍຸນ້ອຍກວ່າ ແຕ່ຄວາມຮູ້ສຶກກໍທີ່ຈະຮັກກັນຍັງເກີດໄດ້ບໍ່ຄ່ອຍຫລາຍປານໃດ ຈຶ່ງຕ້ອງເບິ່ງໃຈກັນໄປໃຫ້ດົນກວ່ານີ້