ພຣະອາຈານ ສຸກມີໄຊ ສີສຸກຂະລາດ ພຣະສົງລາວທີ່ຕິດເ ຊື້ ອໂ ຄ ວິ ດ ໄດ້ມໍລະນະພາບແລ້ວ

0
233

ພຣະອາຈານ ສຸກມີໄຊ ສີສຸກຂະລາດ ພຣະສົງລາວທີ່ຕິດເ ຊື້ ອໂ ຄ ວິ ດ ທີ່ປະເທດອີນເດຍ ໄດ້ມໍລະນະພາບແລ້ວ ເວລາ 20:00 ໂມງ,ຂອວັນທີ29/07/2021
ສ່ວນພິທີຊາປະນະກິດສົບ ແມ່ນທາງຄະນະສະເພາະກິດ ຂອງປະເທດອີນເດຍດຳເນີນການຕາມຂັ້ນຕອນວິຊາການຂອງຜູ້ເສຍຊີວິດຈາກໂຄວິດ19

ສຳລັບພິທີເກັບອັດຖິ ແລະ ພິທີເຮັດບຸນ ຖວາຍສັງຄະທານ ແຈກເຂົ້າຫາພຣະອາຈານ ສຸກມີໄຊ ສີສຸກຂະລາດ ແມ່ນຄະນະສົງວັດລາວພຸດທະຄະຍາອີນເຕີ ເມືອງຄະຍາ ລັດວິຫານ ປະເທດອີນເດຍ ເປັນຜູ້ຮັບຜິດຊອບແລະດຳເນີນງານ ນັບແຕ່ມື້ອື່ນເປັນຕົ້ນໄປ

ທ່ານຜູ້ໃຈບຸນສາມາດຮ່ວມບໍລິຈາກກີນທານນຳພຣະອາຈານ ສຸກມີໄຊ ສີສຸກຂະລາດ ຜ່ານຄະນະສົງວັດລາວພຸດຄະຍາອີນເຕີໄດ້, ທີ່ບັນຊີທະນາຄານການຄ້າຕ່າງປະເທດລາວ ຊື່ບັນຊີ Amin sinilath ເລກບັນຊີ 0101204848626

ຫລັງ​ຈາກ​ທ່ານຮ່ວມ​ບໍລິຈາກ​ແລ້ວ​ ໃຫ້​ແຄັບຫນ້າຈໍ ແຈ້ງລົງຄອມເມັ້ນ ເພື່ອ​ໃຫ້​ທີມ​ງານ​ຢູ່​ປະເທດ​ອີນເດຍ​ສາມາດ​ກົດ​ເງິນ​ຕາມທີ່​ທ່ານ​ບໍລິຈາກ​ ໄປຊ່ວຍ​ເຫລືອ​ເຮັດບຸນສີນກີນທານນຳພຣະ​ອາຈານ​ໄດ້​ທັນທີ
ທີ່ມາ:ເພຈຫນ້າ​ຂ່າວ​ຊາວພຸດ​໑

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.