ພາບຫຼ້າສຸດສະຖານີລົດໄຟລາວ-ຈີນ ສະຖານີຂອງທາງລົດໄຟລາວ-ຈີນ ເຊິ່ງມີທັງໝົດ 11 ແຫ່ງ, ເຊິ່ງຈະເປີດນຳໃຊ້ກ່ອນ 10 ແຫ່ງຄື: ສະຖານີບໍ່ເຕັນ, ສະຖານີນາເຕີຍ, ສະຖານີນາໝໍ້, ສະຖານີເມືອງໄຊ, ສະຖານີເມືອງງາ, ສະຖານີຫຼວງພະບາງ, ສະຖານີວັງວຽງ, ສະຖານີກາສີ, ສະຖານີໂພນໂຮງ ແລະ ສະຖານີນະຄອນຫຼວງວຽງຈັນ; ໃນ
ນັ້ນ, ສະຖານີທີ່ໃຫຍ່ທີ່ສຸດແມ່ນສະຖານີນະຄອນຫຼວງວຽງຈັນ, ສະຖານີຫຼວງພະບາງ, ສະຖານີບໍ່ເຕັນ, ສະຖານີວັງວຽງ ແລະ ສະຖານີເມືອງໄຊ. ເຊິ່ງທັງ 10 ສະຖານີທີ່ກ່າວ
ມາ (ນອກຈາກສະຖານີບໍ່ເຕັນ, ສະຖານີນາໝໍ້, ສະຖານີເມືອງງາ ແລະ ສະຖານີນະຄອນຫຼວງ ທີ່ເປັນສະຖານີຂົນສົ່ງຜູ້ໂດຍສານຢ່າງດຽວແລ້ວ) ທີ່ເຫຼືອແມ່ນຈະເປັນທັງ
ສະຖານີຂົນສົ່ງໂດຍສານ ແລະ ຂົນສົ່ງສິນຄ້າ. ການກໍ່ສ້າງອາຄານສະຖານີຂອງທາງລົດໄຟແມ່ນຈະມີຮູບຊົງປະສົມປະສານລະຫວ່າງວັດທະນະທຳ ແລະ ສະຖາປັດຕະຍະກຳຂອງລາວ ແລະ ຈີນໂດຍໃນອາຄານສະຖານີນອກຈາກຈະເປັນບ່ອນຂາຍປີ້ ແລະ ລໍຖ້າຂື້ນລົດໄຟແລ້ວຍັງມີຮ້ານເຄື່ອງດື່ມ, ຮ້ານສະດວກຊື້ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ