ເຊຍສາວນ້ອຍຍິ້ມຫວານກັບການປະກວດ ເວທີທໍາອິດ ສຸກປະເສີດ ແອັງຈີ້ MTL14

0
103

ລອງເຮັດໃນສິ່ງທີ່ບໍ່ເຄີຍເຮັດ ບໍ່ວ່າຜົນມັນຈະໄດ້ ຫຼື ເສຍ ຈົ່ງພູມໃຈທີ່ໄດ້ລົງມືທຳ “ ເພາະການລອງບໍ່ແມ່ນສິ່ງທີ່ຜິດ ແຕ່ເຮົາກໍຄວນຈະລອງເຮັດແຕ່ສິ່ງດີໆ ຄົມຫຼາຍຄະຕິປະຈຳໃຈຈາກນ້ອງ ສຸກປະເສີດ ສຸດທິອາດ ຫຼື ແອັງຈີ້ MTL14 ປັດຈຸບັນອາຍຸ 17 ປີ ຮຽນຢູ່ໂຮງຮຽນ ມສ ມິດຕະພາບລາວ – ຫວຽດ, ນະຄອນຫຼວງວຽງຈັນ.

ແອັງຈີ້ ໄດ້ໃຫ້ສໍາພາດວ່່າ: ບໍ່ເຄີຍປະກວດເວທີໃດມາເລີຍເຂົ້າສູ່ Miss Teen Laos ເປັນເວທີທໍາອິດ ເປັນ ຄວາມຝັນ ແລະ ສິ່ງທີ່ຢາກເຮັດແຕ່ຕອນຍັງນ້ອຍຄືການປະກວດນາງງາມ ຫຼື ການເຂົ້າວົງການບັນເທີງ ແລະ ກໍຢາກໄດ້ປະສົບການເພື່ອຮຽນຮູ້ສິ່ງດີໆ ເພື່ອໄປພັດທະນາໃຫ້ຕົນເອງໃຫ້ດີຂຶ້ນເລື້ອຍໆ.

ນ້ອງຄິດວ່າທຸກກິດຈະກຳ ແລະ ພອນສະຫວັນເປັນຂອງຕົນເອງທີ່ມີແຕ່ສິ່ງດີໆໝົດ ຄືນ້ອງຈະມັກແຕ້ມຮູບມັນຈະເຮັດໃຫ້ເຮົາຜ່ອນຄາຍ ແລະ ນ້ອງມີຄວາມສຸກທຸກຄັ້ງເວລາໄດ້ເອົາໄມ້ຈຸ່ມນໍ້າສີແລ້ວແຕ້ມລົງໄປໃສ່ເຈ້ຍ ແຕ້ມສິ່ງທີ່ເຮົາຢາກແຕ້ມເຖິງບາງຮູບມັນບໍ່ງາມ ແຕ່ທຸກຮູບພາບມີຄວາມໝາຍໃນຕົວຂອງມັນ.

ແອັງຈີ້ ຄິດວ່າຕົນເອງມີສະເໜ່ຢູ່ທີ່ຮອຍຍິ້ມ ແລະ ການເວົ້າທຸກສິ່ງທຸກຢ່າງອອກມາດ້ວຍໃຈ ນ້ອງກໍຈະພະຍາຍາມທີ່ສຸດເຮັດໃຫ້ດີທີ່ສຸດ ເພື່ອເອົາຊະນະໃຈກຳມະການໃຫ້ໄດ້ ເພື່ອຄອບຄອງມົງກຸດອັນຊົງກຽດຂອງດວງດາວແຫ່ງຍຸກສະໄໝ.

ສໍາລັບການກຽມຕົວກ່ອນເຂົ້າປະກວດ ນ້ອງກໍມີການເຮັດວຽກບ້ານ ບໍ່ວ່າຈະເປັນການເບິ່ງແຍງຕົນເອງດ້ວຍການຄຸມອາຫານຮຽນວິຊາ ຄວາມຮູ້ຮອບຕົວ, ເບິ່ງວິທີການເດີນແບບ, ກິລິຍາມາລະຍາດຕ່າງໆ ເພື່ອເອົາມາປັບໃສ່ຕົນເອງໃຫ້ເບິ່ງດີ ແລະ ສົມບູນຂຶ້ນ.

ທີ່ຜ່ານມາຕັ້ງແຕ່ບໍ່ມີໂຄວິດ ນ້ອງກໍໄດ້ມີໂອກາດໃນການໄປຊ່ວຍເຫຼືອສັງຄົມ ເຊັ່ນ: ຜູ້ທຸກຍາກຂາດເຂີນອາຫານການກິນ, ໄປຊ່ວຍເຫຼືອເດັກນ້ອຍຢູ່ເມືອງກາສີ, ໄປຊ່ວຍໄພນ້ຳຖ້ວມຢູ່ພາກໃຕ້ ບໍລິຈາກອາຫານ ແລະ ນ້ຳດື່ມໃຫ້ອາສາສະໝັກກູ້ໄພເທົ່າທີ່ມີໂອກາດ ແລະ ກໍາລັງແຮງທີ່ຈະຊ່ວຍໄດ້.

ສໍາລັບກິດຈະກໍາຍາມວ່າງແມ່ນມັກແຕ້ມຮູບ, ຟັງເພງ, ແຕ່ງ cosplay, ຫຼິ້ນເກມຫຼາຍໆແນວ ( ແມ່ຍິງສາຍ e – sport ) ເພາະຜູ້ໃຫຍ່ບາງຄົນອາດຈະຍັງບໍ່ເຫັນດີກັບເລື່ອງນີ້ແຕ່ນ້ອງວ່າເຮົາພຽງແຕ່ແບ່ງເວລາໃຫ້ຄອບຄົວ ຫຼື ເຮັດວຽກຮຽນໜັງສືໃຫ້ເປັນ ກໍບໍ່ມີຫຍັງເສຍຫາຍແລ້ວຖ້າເຮົາຮູ້ປັບເວລາຫຼິ້ນໃຫ້ໄດ້ ເພາະບາງເກມມັນຈະຊ່ວຍນ້ອງເລື່ອງພາສາ ແລະ ແນວຄິດອີກດ້ວຍ.

ສ່ວນຮູບແບບການແຕ່ງຕົວຂອງນ້ອງແມ່ນສະບາຍໆເລີຍ ເສື້ອຢືດ free size ກັບໂສ້ງຂາສັ້ນແຕ່ເວລາອອກເຮືອນກໍຈະແຕ່ງຕົວແຕ່ງໜ້າໃຫ້ເຂົ້າກັບກາລະເທສະແດ່ ແຕ່ສ່ວນຕົວເປັນຄົນສະບາຍໆ ເປັນແນວໃດກໍຝາກຜົນງານທີ່ອາດຈະມີໃນໄວໆນີ້ ແລະ ຝາກ MTL14 ແອັງຈີ້ ເອົາໄວ້ໃນອ້ອມອົກອ້ອມກອດແດ່ເດີ ຝາກເຊຍຝາກກົດໄລຄ໌ & ແຊຣ໌ ເປັນກຳລັງໃຈໃຫ້ ແອັງຈີ້ແດ່ເດີ FB:Angie southiard | IG: angie.sps.

ຮູບ: Angie southiard

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.