ຕົວຂ້ອຍມັກເຮັດວຽກກິນເງິນເດືອນ ແຕ່ຫລັງຈາກຂ້ອຍໃຊ້ຊີວິດຮ່ວມກັບນ້ອງໆ ຂ້ອຍຢາກພາເຂົາຄ້າຂາຍ ເຂົາຈະຮູ້ທຳມາຫາກິນເອງເປັນ

0
257

ເລື່ອງລາວດີໆທີ່ຢາກແບ່ງປັນ ຈາກ Lily Xiong
ພໍ່ແມ່ຂ້ອຍບໍ່ເຄີຍສອນໃຫ້ຂ້ອຍຄ້າຂາຍ ຂ້ອຍເຫັນແຕ່ພໍ່ແມ່ເຮັດວຽກກິນເງິນເດືອນ ແລະຕົວຂ້ອຍເອງກໍມັກເຮັດວຽກກິນເງິນເດືອນເອົາເພາະໂຕເອງ ກໍຄ້າຂາຍບໍ່ເປັນ

ແຕ່ຫລັງຈາກທີ່ຂ້ອຍໄດ້ໃຊ້ຊີວິດຮ່ວມກັບນ້ອງໆ ພວກນີ້ຂ້ອຍກໍມີຄວາມຄິດຢາກພາເຂົາເຈົ້າຄ້າຂາຍ ແຕ່ຂ້ອຍບໍ່ເກັ່ງ, ເຖິງຢ່າງໃດກໍຕາມ ນີ້ກໍເປັນການເປີດປະສົບການໃຫມ່ໃຫ້ລູກໆເຂົາລອງໄດ້ເຮັດເບິ່ງໃນສິ່ງທີ່ເຂົາບໍ່ເຄີຍເຮັດ
ເພາະມື້ຫນຶ່ງເຂົາກໍຕ້ອງໄດ້ເຮັດແບບນີ້ ເພື່ອລ້ຽງຊິວິດຂອງຕົນເອງ ເພາະເຮົາບໍ່ສາມາດລ້ຽງເຂົ້າໄປຕະຫລອດຊິວິດໄດ້ ການລ້ຽງລູກທີ່ມີຄຸນນະພາບກໍຄືການລ້ຽງເຂົາໃຫ້ຮູ້ຈັກທຳມາຫາກິນເອງເປັນ ຮຽນໃຫ້ເຂົາເອົາຕົວລອດໃຫ້ໄດ້ໂດຍບໍ່ຕ້ອງເພິ່ງພາ

ອາໄສຄົນອື່ນ ໃຫ້ເຂົາທີ່ຈະຢືນດ້ວຍກຳລັງຂອງເຂົາເອງ
ເງິນຄຳຖ້າໄດ້ມາງ່າຍມັນກໍໄປງ່າຍ ແຕ່ເງິນຄຳທີ່ໄດ້ມາຈາກຄວາມທຸກຍາກລຳບາກເຮົາກໍຈະເຫັນຄຸນຄ່າຂອງມັນ ຂ້ອຍຈະບອກເຂົາສະເຫມີວ່າ ບໍ່ຫມິ່ນເງິນນ້ອຍ ບໍ່ຄອຍວາດສະຫນາ ແຕ່ຈົ່ງແລ່ນຫາໂອກາດ ເພາະໂອກາດຈະບໍ່ມາຫາເຮົາງ່າຍໆ

ເຖິງການຂາຍແຕ່ລະຄັ້ງຈະໄດ້ກຳໄລຫນ້ອຍ ແຕ່ສິ່ງທີ່ເຮົາໄດ້ຫລາຍກວ່າເງິນນັ້ນກໍຄື ປະສົບການ ເຊິ່ງຕີມູນຄ່າເປັນເງິນບໍ່ໄດ້”

ຈາກ Lily Xiong

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.