ເພິ່ນເຕືອນແລ້ວ! ກຽມໄວ້ເລີຍບ່ອນຢູ່ຊົ່ວຄາວ ໜີນ້ຳຖ້ວມ

0
242

ພາຍຸຫົວນີ້ແກ່ຍາວຫຼາຍວັນ ບັດນີ້ພັດຈະກາຍເປັນດີເປຣຊັ່ນ ພາຍຸໝູນເຂດຮ້ອນ ພີ່ນ້ອງທາງພາກກາງ ແລະພາກໃຕ້ໃຫ້ມີສະຕິລະມັດລະວັງ ເພາະທາງການເຕືອນແລ້ວໃນອີກ 2 ວັນຂ້າງໜ້າສະຖານະການຈະເປັນແນວໃດພວກເຮົາລ້ວນປະເມີນບໍ່ໄດ້.


ກົມສັງຄົມສົງເຄາະ ໄດ້ອອກໜັງສືແຈ້ງການເຕືອນໄພ ພະຍຸໜູນເຂດຮ້ອນທີ່ພັດຜ່ານເຂົ້າ ສປປ ລາວ ແລະ ຕິດຕາມເຝົ້າລະວັງລະດັບນ້ຳຢ່າງໃກ້ຊິດ.
ໂດຍອີງຕາມ ແຈ້ງເຕືອນຝົນຕົກໜັກ ແລະ ລະດັບພະຍາກອນນ້ຳ ຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ ຄັ້ງວັນທີ 24 ກໍລະກົດ 2021 ເນື່ອງຈາກ, ລົມພະຍຸໝຸນດີເປຼຊັນ ເຈີມປາກາ ໄດ້ອ່ອນກໍາລັງລົງກາຍເປັນຄວາມກົດດັນອາກາດຕໍ່າ ທີ່ມີກຳລັງແຮງແຕ່ຍັງສືບຕໍ່ເຮັດໃຫ້ມີຝົນຢູ່ໃນຂອບເຂດທົ່ວປະເທດ ໃນວັນທີ 24 ກໍລະກົດ 2021.

ຕາມການພະຍາກອນລະດັບນ້ຳໃນແມ່ນ້ຳຂອງ, ແມ່ນ້ຳສາຂາ ເຫັນວ່າ ລະດັບນ້ຳເຊບັ້ງໄຟ ໄດ້ຍື່ງຂຶ້ນຢູ່ໃນລະດັບ 16.00 ມ (ລະດັບເຕືອນໄພ 17,50ມ ແລະ ລະດັບອັນຕະລາຍ 18.50 ມ), ຄາດຄະເນໃນຕໍ່ໜ້າ ວັນທີ 25 ກໍລະກົດ 2021 ລະດັບນ້ຳຈະສູງຂຶ້ນ ໃນລະດັບ 17.60 ມ ແລະ ວັນທີ 26 ກໍລະກົດ 2001 ລະດັບນ້ຳຈະສູງຂຶ້ນ ໃນລະດັບ 18.48 ມ ເຊິ່ງຈະຢູ່ໃນລະດັບອັນຕະລາຍ.


ດັ່ງັນ້ນ ຈຶ່ງຂໍແຈ້ງເຖິງອຳນາດການປົກຄອງທຸກພາກສ່ວນ ດັ່ງນີ້:
1. ໃຫ້ຕິດຕາມສະພາບການຢ່າງໃກ້ຊິດ ເປັນຕົ້ນ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ, ໂທລະພາບ, ວິທະຍຸແລະ ສື່ອອນໄລທາງການ ອື່ນໆ ພ້ອມທັງປະສານໃກ້ຊິດ ກັບ ກອງເລຂາຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ;
2. ແຕ່ງຕັ້ງຄະນະລົງຕິດຕາມລະດັບນ້ຳຢ່າງໃກ້ຊິດ;
3. ກຽມພ້ອມດ້ານກຳລັງ,ພາຫະນະ,ອຸປະກອນ, ເຄື່ອງຊ່ວຍເຫຼືອຕ່າງໆ ແລະ ວາງແຜນຮັບມືສຸກເສີນ;
4. ກະກຽມກຳນົດສະຖານທີ່ຫລົບໄພຊົ່ວຄາວ, ແຈ້ງເຕືອນພໍ່ແມ່ປະຊາຊົນ ໃຫ້ຮັບຊາບ ແລະ ມີສະຕິເກັບມ້ຽນສິ່ງຂອງ, ສັດລ້ຽງ, ກຽມຄວາມພ້ອມ, ປ້ອງກັນ ແລະ ຮັບມືກັບເຫດການໄພພິບັດທີ່ອາດເກີດຂຶ້ນໃຫ້ທັນເວລາ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.