ອິນໂດເນເຊຍ ຕິດເຊື້ອພະຍາດໂຄວິດ-19ເພີ່ມຂຶ້ນ 3 ລ້ານຄົນ ຂປລ.ຕາມຂໍ້ມູນຈາກ ກະຊວງ ສາທາລະນະສຸກ ອິນໂດເນເຊຍ ເປີດເຜີຍ ໃນວັນທີ22ກໍລະກົດ2021ວ່າ: ຜູ້ຕິດເຊື້ອ ໂຄວິດ-19 ໃນຮອບ24ຊົ່ວໂມງ ທີ່ຜ່ານມາ ມີຈຳນວນ 49.509ຄົນ ສົ່ງຜົນ ໃຫ້ຈຳນວນ ຜູ້ຕິດເຊື້ອ ສະສົມ ເພີ່ມຂຶ້ນ3.033.339 ຄົນ ເປັນຈຳນວນ ສູງສຸດ ໃນ
ກຸ່ມປະເທດ ອາຊີ ຕາເວັນອອກ ສ່ຽງໃຕ້(ອາຊຽນ).ຂະນະທີ່ ການຕິດເຊື້ອ ໂຄວິດ-19 ໄດ້ແຜ່ລາມ ໄປແລ້ວ34ແຂວງຂອງອິນໂດເນເຊຍ.ສ່ວນຜູ້ເສຍຊີວິດ ຈາກການ ຕິດ
ເຊື້ອ ໂຄວິດ-19 ລາຍໃໝ່ ມີຈຳນວນ 1.449ຄົນ ເຊິ່ງເປັນຈຳນວນ ສູງທີ່ສຸດ ນັບຕັ້ງແຕ່ ມີການ ແຜ່ລະບາດ ຕັ້ງແຕ່ ປີກາຍນີ້ ສົ່ງຜົນ ໃຫ້ຈຳນວນ ຜູ້ເສຍຊີວິດ ລວມທັງໝົດ 79.032ຄົນ ເປັນຈຳນວນ ສູງທີ່ສຸດ ໃນອາຊຽນ ເຊັ່ນກັນ./.
ຮຽບຮຽງຂ່າວໂດຍ ສະໄຫວ ລາດປາກດີ