ຄົນບໍ່ເຕັມ3ອ້າຍນ້ອງ ດູແລະກັນເອງ ຈົນເທົ່າເສຍຊີວີດກະໄດ້ແຕ່ນັ່ງໃຫ້ເຮັດຫຍັງບໍ່ໄດ້ ເງີນບໍ່ມີ ແຕ່ລະມື້ກະອາໃສເກັບຜັກຫັກນໍຂໍໄທບ້ານວັດວາອາຣາມແລະຄົນເຂດນັ້ນກີນພໍກຸ້ມມື້ກຸ້ມວັນ
ຕົກມາມື້ໜື່ງ ໃຜສີຄິດຜູ້ເປັນນ້ອງສາວ ຢູ່ດີດີກະໄດ້ເສຍຊີວີດ ກະບໍ່ຮູ້ແນວສີເຮັດ ທີມຈັດຕັ້ງບ້ານເລິຍປະສານເຮົາ ເພື່ອເຮັດພີທີສາດສະໜາ ຕາມຮີດຄອງປະເພນີ ຊ່ວຍຄອບຄົວນີ້ ໃນຄຳຄືນຂອງວັນທີ່20ນາງອ໋ອດ ອາຍຸ50ປີ ມີອາການເຈັບຫົວແລະເຈັບທ້ອງຮຸນແຮງແຕ່ບໍ່ໄດ້ໄປໂຮງໝໍຍ້ອນບໍ່ມີເງີນແລະບໍ່ຮູ້ສີໄປແນວໃດບໍ່ຮູ້ຈະຂໍໃຜໃຫ້ຊ່ວຍ ເລີຍ ເສຍຊີວິດກະຫັນ
ເເລະພວກເຮົາກໍ່ໄດ້ເຮັດພິທີໃຫ້ແບບກະທັນຫັນ ງານສົບເຮົາເຮັດແບບກະທັດຫັດ ຍ້ອນຄອບຄົວບໍ່ເຕັມແນ່ຫ່ວງຄວາມປອດໄພທຸກຄົນ
ຈື່ງໄດ້ຈັດງານສົບນ້ອຍໆ ແລະມີຄ່າໃຊ້ຈ່າຍຄ່າໂລງ &ງານສົບ ມູນຄ່າພຽງ 1.000.000ກີບ ແລະທີ່ສຳຄັນເຮົາຢາກລະດົມເຂົ້າສານອາຫານແຫ້ງເພື່ອເກັບຕຸນໃຫ້ອ້າຍຜູ້ຕາຍທີ່ບໍ່ເຕັມຄືກັນທັງສອງຢາກຊື້ເຂົ້າສານຈັກໂຕນ1ເພື່ອໄປມອບໃຫ້ບ້ານ ໄວ້ຄ່ອຍຍີບຍືນໃຫ້ສອງອ້າຍນ້ອງນີ້ໄວ້ກີນຫມົດປີ
ຍ້ອນເຂົາບໍ່ເຕັມຍ້ອນກຳມະພັນເຊື້ອສາຍ ບໍ່ແມ່ນບໍ່ເຕັມດ້ວຍສາເຫດອື່ນເຂົາບໍ່ເຕັມຕັ້ງແຕ່ເກີດ ສະນັ້ນທາງພວກເຮົາຈື່ງຢາກລະດົມປັດໃຈຜູ້ໃຈບຸນຊ່ວຍຄ່າໂລງສົບ ແລະ ກີນທານນຳເພີ່ນດ້ວຍເຖີດເພື່ອ ເຮົາຈະເອົາເງີນ ໄປຊື້ເຂົ້າຈຳນວນ1ໂຕນໄວ້ໄຫ້ສອງອ້າຍນ້ອງທີ່ບໍ່ເຕັມນີ້ ໄວ້ກີນໝົດປີ ເພື່ອຈະໄດ້ເອົາບຸນຊ່ວຍຄົນທຸກນຳກັນ ຜູ້ກ່ຽວຢູ່ບ້ານຫາດກັນຊາ ເມືອງຫາດຊາຍຟອງນະຄອນຫຼວງວຽງຈັນ
ພວກເຮົາຂໍລະດົມທາງປັດໃຈເພື່ອເຮົາຈະຊື້ເຂົ້າສານອາຫານໄປມອບໃຫ້ການຈັດຕັ້ງບ້ານດ້ວຍໂຕທີມງານພວກເຮົາເອງເພື່ອປ້ອງກັນການລະບາດຂອງໂຄວີດ ມາແຜ່ເຊື້ອຂະຫຍາຍເປັນມູມກ້ວາງ
ຫາກທ່ານໃດຢາກຊ່ວຍ ທ່ານສາມາດສົບທົບຊ່ວຍເຫຼືອ ຜ່ານຊ່ອງທາງ ບັນຊີສະມາຄົມ ບັນເທົາທຸກ ນະຄອນຫຼວງ ທີ່: ເລກບັນຊີ ທະນາຄານການຄ້າ ຕ່າງປະເທດລາວ
ຂໍອະນຸຍາດທ່ານແຊຮ໌ເພື່ອເອົາບຸນດ້ວຍເທີດ ສາທຸ.
ທີ່ມາ