ຫຼາຍພາກສ່ວນ ເລັ່ງເ ຂົ້ າຊ່ວຍເຫຼືອ ປະຊາຊົນໃນເຂດ ນໍ້າຖ້ ວ ມໜັກ ຢູ່ແຂວງຫຼວງນໍ້າທາ

0
251

ຝົນຕົກໜັກຕໍ່ເນື່ອງກັນຫຼາຍມື້ຢູ່ແຂວງພາກເໜືອ ແຕ່ວັນທີ 19-21 ກໍລະກົດ 2021 ເຮັດໃຫ້ແຂວງຫຼວງນ້ຳທາ ພົບກັບນ້ຳຖ້ວມຫຼາຍເຂດ ມີຫຼາຍບ້ານ ຫຼາຍເມືອງ ໄດ້ຮັບຜົນກະທົບ ຖືກນ້ຳຖ້ວມ, ດິນເຊາະເຈື່ອນ, ຊັບສິນຂອງພໍ່ແມ່ປະຊາຊົນ ແລະ ຊັບສິນສ່ວນລວມ ເສຍຫາຍຢ່າງໜັກ ເປັນຕົ້ນແມ່ນ: ນໍ້າໄຫຼຖ້ວມເຂດພື້ນທີ່ກະສິກຳ, ຊັບສິນຕ່າງ ລວມເຖິງເຮືອນຊານປະຊາຊົນ, ຖະໜົນຫົນທາງ ແລະ ອື່ນໆໄດ້ຮັບຄວາມເສຍຫາຍ.

ສຳລັບລະບົບໄຟຟ້າ ເສົາໄຟຟ້າຫັກລົ້ມ, ສາຍຕາຂ່າຍຂາດ, ຫມໍ້ແປງເສຍຫາຍເປັນຈຳນວນຫລາຍ. ປະຈຸບັນທາງຫນ່ວຍງານສ້ອມແປງຂອງໄຟຟ້າສາຂາແຂວງຫລວງນ້ຳທາ ໄດ້ຮີບຮ້ອນລະດົມສະມາຊິກລົງພື້ນທີ່ເພື່ອແກ້ໄຂເພື່ອກູ້ລະບົບຄືນໄດ້ບາງຈຸດ ແຕ່ຍ້ອນຝົນຍັງຄົງຕົກຢ່າງຕໍ່ເນື່ອງຈຶ່ງເຮັດໃຫ້ບໍ່ສາມາດເຂົ້າເຖີງສະຖານທີ່ເກີດເຫດໄດ້ ດັ່ງນັ້ນບາງຫມູ່ບ້ານຍັງຄົງຕ້ອງໄດ້ງົດໃຊ້ກະແສໄຟຊົ່ວຄາວເພື່ອປ້ອງກັນໄຟຮົ່ວໄຟຊອດທີ່ອາດຈະເກີດຂື້ນໄດ້.

ທາງພາກສ່ວນກ່ຽວຂ້ອງຂອງແຂວງກໍ່ໄດ້ນຳເອົາອ້າຍນ້ອງທະຫານ ລະດົມກຳລັງລົງຊ່ວຍເຫຼືອປະຊາຊົນໂດຍການຂົນຍ້າຍເຄື່ອງຂອງຊັບສິນຕ່າງໆຢ່າງເຕັມທີ່.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.