ແອເຮືອນເຢັນ,ຕຽງນຸ້ມໆອາດຊ່ວຍໄດ້ ໂຈນງັດເຮືອນຫວັງຊີງຊັບ ແຕ່ແອເຢັນຕຽງນຸ້ມ ນອນເພີນຖືກຈັບໄດ້

0
204

ເປັນເຫດເກີດຈາກປະເທດເພື່ອນບ້ານ ວັນທີ 22 ມີນາ 2021 ທີ່ອຳເພີ ວິເຊຍຣະບຸລີ ຈັງຫວັດເພັດສະບູນ ມີຄົນງັດບ້ານເຮືອນເຂົ້າໄປ ຫວັງຊີງຊັບ ແລະ ເຮັດສິ່ງບໍ່ດີ ແຕ່ແລ້ວຕຳຫຼວດໄປພົບ ຄົນດັ່ງກ່າວນອນຫຼັບສະບາຍຢູ່ຫ້ອງລູກສາວເຈົ້າຂອງບ້ານ

ໃນຂະນະທີ່ເປີດແອເຢັນ ຫົ່ມຜ້າຫົ່ມນຸ້ມໆ ຈົນຕຳຫຼວດໄດ້ປຸກຂຶ້ນມາ ອາການມຶນໆງົງໆ ກັບສິ່ງທີ່ເກີດຂຶ້ນ 55

ຈາກນັ້ນກໍໄດ້ຄຸມໂຕ ພ້ອມຂອງກາງອຸປະກອນຊ່າງ 1 ຊຸດ, ເມື່ອເຈົ້າໜ້າທີ່ສອບຖາມຄົນຮ້າຍໃຫ້ການວ່າ ຕົນເອງ ອາຍຸ 22 ປີ ໃຊ້ຊ່ວງເວລາປະມານຕີ 2 (2 ກາງຄືນ) ໄດ້ຕະເວນອອກງັດເຮືອນ ເພື່ອລັກເຄື່ອງ ຊັບສິນ ແຕ່ບໍ່ສາມາດງັດໄດ້ ຈົນມາເຮືອນນີ້ ສາມາດງັດ

ເຂົ້າມາຫ້ອງນອນໄດ້ ຮູ້ສຶກຢາກນອນ ແຕ່ກໍຫຼັບເພີນ ຈົນເຈົ້າຂອງບ້ານ ແລະ ເຈົ້າໜ້າທີ່ມາປຸກຕຳຫຼວດຈື່ງໄດ້ແຈ້ງຂໍຫາໄປຖານລັກຊັບສິນໃນເຄຫາສະຖານເວລາກາງຄືນ ແລະ ເຮັດໃຫ້ເສຍຊັບສິນ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.