ຂ່າວດ່ວນ! ເມືອງຫຼວງນ້ຳທາ ຖືກນ້ຳປ່າໄຫຼເຂົ້າຕົວເມືອງ

0
160

ຂ່າວດ່ວນ! ເມືອງຫຼວງນ້ຳທາ ຖືກນ້ຳປ່າໄຫຼເຂົ້າຕົວເມືອງ ຫຼາຍໜູ່ບ້ານພາຍໃນເມືອງຫຼວງນໍ້າໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມໃນຄັງນີ້ ພາຍຫຼັງທີຝົນໄດ້ຕົກໜັກຕິດຕໍ່

ກັນມາເປັນເວລາຫຼາຍວັນ ເຮັດໃຫ້ນໍ້າປ່າໄຫຼຫຼັງ ແມ່ນໍ້າຫຼາຍສາຍເພີ່ມຂື້ນຢ່າງໄວວາ ເຮັດໃຫ້ໄຫຼເຂົ້າຖ້ວມເຮືອນ, ໄຮ່, ນາ, ຮົ້ວສວນ ພໍ່ແມ່ປະຊາຊົນຫຼາຍໜູ່ບ້ານພາຍໃນ

ເມືອງຫຼວງນໍ້າທາຄື: ບ້ານຫຼວງ, ບ້ານຂອນ, ດອນຄູນ, ທ່າອໍ້, ນໍ້າແງ້ນ, ນາລື ແລະ ບ້ານໃໝ່ຕໍ່ກັບເຫດການດັ່ງກ່າວ,ມາໃນຕອນເຊົ້າຂອງວັນທີ 21 ກໍລະກົດນີ້ ກອງ

ບັນຊາການທະຫານແຂວງຫຼວງນໍ້າທາ ໄດ້ນໍາເອົາກໍາລັງອ້າຍນ້ອງກອງຮ້ອຍ 28, ກອງຮ້ອຍ 25 ແລະ ນັກຮຽນນາຍສີບ ຈໍານວນ 150 ກວ່າສະຫາຍ ເຂົ້າຂົນເຄື່ອງ

ຊ່ວຍເຫລືອພໍ່ແມ່ປະຊາຊົນທີໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມໃນຄັ້ງນີ້ ເຊີ່ງນໍາພາໂດຍ ສະຫາຍ ພັນໂທ ບຸນຄໍາ ຈັນວິວັນຕໍ ຮອງຫົວໜ້າຫ້ອງເສນາທິການທະຫານແຂວງຫຼວງນໍ້າທາ. ສ່ວນຜົນເສຍຫາຍໃນຄັ້ງນີ້ ຍັງບໍສາມາດປະເມີນມຸນຄ່າໄດ້.
ທີ່ມາ: ກອງບັນຊາການທະຫານ ແຂວງຫຼວງນ້ຳທາ (ຮ.ອ ສົມສະນຸກ)

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.