ສັນຕິສຸກ ອິນທະວົງ ຖືກເລືອກເປັນຜູ້ຖືທຸງຊາດລາວ ໃນພິທີເປີດ ໂຕກຽວ ເກມ 2020

0
204

ສັນຕິສຸກ ອິນທະວົງ” ຖືກເລືອກເປັນຜູ້ຖືທຸງຊາດລາວ ໃນພິທີເປີດ “ໂຕກຽວ ເກມ 2020” ສັນຕິສຸກ ອິນທະວົງ ນັກກິລາລອຍນໍ້າທີມຊາດລາວ ຖືກເລືອກໃຫ້ເປັນຜູ້ຖືທຸງຊາດລາວ ນຳຂະບວນນັກກິລາລາວ ຍ່າງເຂົ້າສະໜາມພິທີເປີດງານມະຫະກຳກິລາໂອແລມປິກສາກົນ ຄັ້ງທີ 32 ຫຼື “ໂຕກຽວ ເກມ 2020” ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ຮັບກຽດເປັນເຈົ້າພາບ ຊຶ່ງຈະເປີດສາກຂຶ້ນຢ່າງເປັນທາງການໃນວັນທີ 23 ກໍລະກົດນີ້.

ສຳລັບ ທ້າວ ສັນຕິສຸກ ອິນທະວົງ ເງືອກໜຸ່ມໜ້າຕາດີ ເຄີຍເຂົ້າຮ່ວມງານມະຫະກຳກິລາໂອແລມປິກສາກົນ ຄັ້ງທີ 31 ເມື່ອປີ 2016 ທີ່ປະເທດເບຣຊິນ ເປັນເຈົ້າພາບ ຊຶ່ງຄັ້ງນັ້ນ ກໍສາມາດທຳລາຍສະຖິຕິຕົນເອງໄດ້ 26,54 ວິນາທີ ຫ່າງຈາກສະຖິຕິຫຼຽນຄຳ ໂອແລມປິກສາກົນ ທີ່ເຮັດໄດ້ 21,04 ວິນາທີ ແຕ່ປັດຈຸບັນ ສັນຕິສຸກ ອິນທະວົງ ໄດ້ໄປເກັບຕົວຝຶກຊ້ອມທີ່ ສສ ຫວຽດນາມ ກໍມີສະຖິຕິດີກວ່າເກົ່າ ສະນັ້ນ ມາລອງລຸ້ນ ແລະ ຕິດຕາມເຊຍນຳກັນ ເງືອກໜຸ່ມລາວ ຈະສາມາດທຳລາຍສະຖິຕິໄດ້ດີທີ່ສຸດ ຈົບທີ່ອັນດັບທີເທົ່າໃດ.

ງານມະຫະກໍາກິລາໂອແລມປິກສາກົນ ຄັ້ງທີ 32 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ເປັນເຈົ້າພາບ ຈະຈັດຂຶ້ນລະຫວ່າງວັນທີ 23 ກໍລະກົດ 2021-08 ສິງຫາ 2021 ໂດຍມີນັກກິລາທົ່ວໂລກ 205 ປະເທດ ຈາກ 5 ທະວີບເຂົ້າຮ່ວມຊີງໄຊ. ໃນນີ້ສະເພາະ ສປປ ລາວເຮົາ ແມ່ນສົ່ງນັກກິລາເຂົ້າຮ່ວມ 3 ປະເພດຄື: ລອຍນ້ຳ, ແລ່ນ-ລານ ແລະ

ຢູໂດ. ຊຶ່ງກິລາລອຍນ້ຳ ມີ 2 ຄົນ ຄື: ນາງ ສິຣິອາລົມ ບຸດຈະເລີນ ລາຍການລອຍ 50 ແມັດ ປະເພດຟຣີສະຕາຍ ແລະ ທ້າວ ສັນຕິສຸກ ອິນທະວົງ ລາຍການລອຍ 50 ແມັດ ຟຣີສະຕາຍ. ສ່ວນກິລາແລ່ນ-ລານ 1 ຄົນ ແມ່ນ ນາງ ສິຣິນາ ພະອໍາໄພ ປະເພດແລ່ນ 110 ແມັດຍິງ ແລະ ກິລາຢູໂດ ທ້າວ ສຸກພະໄຊ ສິດທິສານ ຮຸ່ນນໍ້າໜັກ 60 ກິໂລກຣາມ.ຂະນະທີ່ຜົນງານນັກກິລາລາວເຮົາຈະເປັນແນວໃດນັ້ນ ແລ້ວຈະຂໍລາຍງານໃຫ້ຊາບຕື່ມ.

ຂ່າວໂດຍ: ສົງການ
ໜັງສືພິມ ສຶກສາ ກິລາ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.