ລາວ ສູ້ສູ້!ຂໍ້ຄວາມຈາກນັກກິລາລາວທີ່ຈະເຂົ້າຮ່ວມການແຂ່ງຂັນກິລາໂອແລມປິກ ແລະ ພາຣາແລມປິກໂຕກຽວ2020 /ທ້າວ ສັນຕິສຸກ ອິນທະວົງ (ນັກກິລາລອຍນ້ຳ)ໄດ້ຕິດທີມຊາດລຸ້ນເຍົາວະຊົນຕອນອາຍຸ10ປີ ຈົນຮອດປະຈຸບັນ. ປະຈຸບັນກຳລັງຮັກສາສະຖິຕິໃນປະເພດ50-100ແມັດ Freestyle ແລະ 50-100ແມັດ Backstroke.
ໄດ້ຜົນງານການແຂ່ງຂັນຊີເກມ2019 ໃນປະເພດ Freestyle 50ແມັດ ເຮັດໃດ້25.58 ວິນາທີ.ນ້ອງຮູ້ສືກດີໃຈທີ່ໃດ້ຕິດ1ໃນນັກກິລາທັງໝົດທີ່ໃດ້ເຂົ້າຮ່ວມ ແລະ
ຕາງໜ້າປະເທດຊາດເຂົ້າຮ່ວມແຂ່ງຂັນກິລາໂອແລມປິກ2020 ທີ່ປະເທດຢີ່ປຸ່ນໃນຄັ້ງນີ້. ນ້ອງກໍຈະພະຍາມຍາມເຮັດສຸດຄວາມສາມາດ ແລະ ເຮັດໃຫ້ດີທີ່ສຸດ !ຮ່ວມສົ່ງແຮງໃຈ ໃຫ້ນັກກິລາລາວ ສ້າງສະຖິຕິໃຫມ່ ໃນງານມະຫະກໍາກິລາ ໂອລິມປິກເກມ ຈະໄດ້ເປີດສາກຂຶ້ນ ໃນວັນທີ 23 ກໍລະກົດ 2021 ນີ້.