ໃນວັນທີ 18 ກໍລະກົດ 2021 ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ທີ່ກະຊວງສາທາລະນະສຸກ.
ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ກ່າວວ່າ: ມາຮອດປະຈຸບັນຕົວເລກສະສົມຜູ້ຕິດເຊື້ອໃນ ສປປ ລາວ ມີທັງໝົດ 3.426 ຄົນ, ມີຕົວເລກສະສົມຜູ້ເສຍຊີວິດ 5 ຄົນ, ຍັງມີຜູ້ນອນປິ່ນປົວ 1.132 ຄົນ, ທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນໍາໃຊ້ຢູ່ທັງໝົດ 48 ສູນ, ມີຜູ້ຈໍາກັດບໍລິເວນທັງໝົດ 6.145 ຄົນ. ໃນວັນທີ 17 ກໍລະກົດ ໄດ້ເກັບຕົວຢ່າງໄປກວດວິເຄາະຫາເຊື້ອທັງໝົດ 2.356 ກໍລະນີ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 131 ຄົນ, ໃນນັ້ນ ຈຳປາສັກ 30 ຄົນ, ສະຫວັນນະເຂດ 76 ຄົນ, ສາລະວັນ 10 ຄົນ, ນະຄອນຫຼວງວຽງຈັນ 7 ຄົນ, ບໍລິຄຳໄຊ 1 ຄົນ ແລະ ຄຳມ່ວນ 7 ຄົນ.
ໃນນັ້ນ ກໍລະນີນຳເຂົ້າມີ 123 ຄົນ ເປັນການນຳເຂົ້າຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ, ສ່ວນການຕິດເຊື້ອໃນຊຸມຊົນມີ 8 ຄົນ ຈາກ ຢູ່ແຂວງຈຳປາສັກ ທີ່ມີປະຫວັດສຳຜັດໃກ້ຊິດນຳຜູ້ຕິດເຊື້ອເກົ່າ.
ປະຈຸບັນ ສປປ ລາວ ໂດຍສະເພາະ ແມ່ນ ແຂວງຈຳປາສັກ, ແຂວງສະຫວັນນະເຂດ ແລະ ຄຳມ່ວນ ມີລາຍງານຜູ້ຕິດເຊື້ອໃໝ່ ຫຼາຍໃນແຕ່ລະວັນ ເຊິ່ງກວດພົບຈາກແຮງງານລາວ ທີ່ເດີນທາງກັບມາຈາກປະເທດໄທ, ໃນນັ້ນ ໄດ້ມີການສຸ່ມກວດຊອກຫາສາຍພັນ ແລະ ພົບເຫັນສາຍພັນເດວຕ້າ. ຕໍ່ກັບສະພາບການດັ່ງກ່າວ, ຈຶ່ງມີຄວາມຈຳເປັນຢ່າງຍິ່ງ ທີ່ຈະຕ້ອງໄດ້ປະຕິບັດຕາມແຈ້ງການຂອງຄະນະສະເພາະກິດຂັ້ນສູນກາງ ກໍ່ຄື ຂັ້ນແຂວງ ຢ່າງເຄັ່ງຄັດ ໂດຍສະເພາະ ການເດີນທາງເຂົ້າ-ອອກ ເຂດທີ່ຖືກກຳນົດເປັນເຂດແດງ ເຊິ່ງເປັນພື້ນທີ່ ທີ່ມີການແຜ່ເຊື້ອ. ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ໃສ່ຜ້າປິດປາກ-ດັງ ເມື່ອອອກຈາກບ້ານ, ຫຼີກລ້ຽງການເດີນທາງໄປຍັງສະຖານທີ່ສ່ຽງ ຖ້າບໍ່ມີຄວາມຈຳເປັນ, ໝັ່ນລ້າງມືດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວລ້າງມືຂ້າເຊື້ອ, ຮັກສາໄລຍະຫ່າງ, ງົດການຊຸມແຊວໃນຄອບຄົວ ຫຼື ໝູ່ເພື່ອນ ເພາະສ່ຽງຕໍ່ການຕິດເຊື້ອຈາກສາຍພັນເດວຕ້າ. ສຳລັບ ຜູ້ປະກອບການ ກໍ່ໃຫ້ມີມາດຕະການກັ່ນກອງ ແລະ ປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຄັ່ງຄັດ. ສຳຄັນທີ່ສຸດ ແມ່ນຈະຕ້ອງໄດ້ປະຕິບັດວິຖີການດຳລົງຊີວິດປົກກະຕິແບບໃໝ່ເຊັ່ນ: ໝັ່ນລ້າງມື, ຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ-ດັງ, ສັກຢາວັກຊີນ.
ອີກເທື່ອໜຶ່ງ, ຂໍຮຽກຮ້ອງມາຍັງ ພໍ່ແມ່, ປະຊາຊົນ, ທະຫານ, ຕຳຫຼວດ ກໍ່ຄື ກຸ່ມສ່ຽງອື່ນໆ ພ້ອມໃຈກັນໄປຮັບການສັກວັກຊີນ ບໍ່ວ່າ ເຂັມ 1 ຫຼື ເຂັມ 2 ເພາະເປັນວິທີການດຽວ ແລະ ດີທີ່ສຸດ ໃນການຫຼຸດຜ່ອນ, ສະກັດກັ້ນ ການແຜ່ເຊື້ອ ຂອງພະຍາດໂຄວິດ-19 , ຖ້າທຸກຄົນ ພາຍໃນປະເທດ ໄດ້ຮັບວັກຊີນ ຫຼາຍກວ່າ 50% ຂື້ນໄປ ຈະເຮັດໃຫ້ພວກເຮົາ ມີພູມຄຸ້ມກັນໃນຊຸມຊົນ (ໝູ່) ແລະ ເຮັດໃຫ້ສາມາດກັບມາດຳເນີນຊີວິດແບບປົກກະຕິໂດຍໄວ. ທ່ານສາມາດໄປຮັບວັກຊີນຕາມຈຸດບໍລິການຕ່າງໆ ທີ່ທາງຄະນະສະເພາະກິດກຳນົດໄວ້. ສຳລັບທ່ານທີ່ໄດ້ສັກເຂັມທີ 1 ຢູ່ຈຸດບໍລິການໃດ, ເມື່ອຮອດກຳນົດ ໃຫ້ກັບຄືນໄປສັກຢູ່ຈຸດບໍລິການເກົ່າ ເພື່ອຫຼຸດຜ່ອນຄວາມແອອັດ, ບໍ່ເປັນລະບຽບ ແລະ ປ້ອງກັນການຕິດເຊື້ອ ແລະ ຊ່ວຍໃຫ້ແພດໝໍພວກເຮົາ ສາມາດເກັບກຳຂໍ້ມູນການສັກວັກຊີນຂອງທ່ານໄດ້ຢ່າງຖືກຕ້ອງຄົບຖ້ວນ.