ດີໃຈນຳປອດໄພທັງແມ່ ແລະ ລູກ ສາວລາວຕິດໂຄວິດ ເກີດລູກ ໃນໂຮງໝໍສະໜາມໄທ

0
127

ຊີວິດໃໝ່ເກີດໃນໂຮງໝໍສະໜາມ ຮ່ວມແຮງຮ່ວມໃຈກັນຕ້າໂຄວິດ 19 ສາວລາວ ສາວລາວຕິດໂຄວິດ ເກີດລູກໃນໂຮງໝໍສະໜາມ ພະຍາບານຊ່ວຍທຳຄອດ ປອດໄພທັງແມ່ ແລະ ລູກ

ໂດຍຜູ້ໃຊ້ເຟດບຸກ Pim Pimchanok ໂພສພາບ ແລະ ເລົ່າເລື່ອງວ່າ ກາງເດິກວັນທີ 15 ກໍລະກົດ 2021 ເວລາ ຕີ 2 ປາຍ ຄົນໄຂ້ໃນຫ້ອງ ແລ່ນມາບອກວ່າ ມີຄົນໃກ້ເກີດລູກ ທັນໃດກັນທີມແພດກໍແລ່ນກັນວົນວາຍ

ຄົນໜຶ່ງຫາຂໍ້ມູນຄົນໄຂ້, ອີກຄົນກຽມ Sst ອຸປະກອນທຳຄອດ ຊ່ວຍເຫຼືອແມ່ ແລະ ເດັກ
ອີກຄົນເລັ່ງໃສ່ຊຸດ PPE ແລ້ວແລ່ນຕົງໄປຫ້ອງດັ່ງກ່າງໂດຍໄວ

ເວລາ 02.30 ນາທີ ມື້ຕໍ່ມາ ໄດ້ເກີດລູກຊາຍ (ສັນຊາດລາວເຮົາ) ຄື ສາວລາວຕິດໂຄວິດ ແລ້ວມາເກີດລູກທີ່ປະເທດໄທ ທີ່ເຊີໄພ້ກວ່ານັ້ນຄືເກີດຢູ່ໂຮງໝໍສະໜາມ ເຮັດເອົາຫົວໃຈຂອງຫຼາຍໆຄົນເຕັ້ນແຮງ ແຕ່ກໍຜ່ານໄປດ້ວຍດີ ປອດໄພທັງແມ່ ແລະ ລູກນ້ອຍ

ເຊິ່ງຜູ້ໂພສບອກວ່າຈະເບິ່ງແຍ່ງພວກເຈົ້າເປັນຢ່າງດີ (ໜ້າຈະແມ່ນໝໍ ພະຍາບານແຫຼະ) ບໍ່ວ່າຈະເປັນຊາດໃດ ຊ່ວງທີ່ຫຼາຍຄົນຫຼັບໄຫຼ ແຕ່ພວກເຮົາບໍ່ເຄີຍຢຸດນິ້ງ ທີມເກັ່ງຫຼາຍ ມີສະຕິຫຼາຍ ພະຍາບານສະໜາມ ພະຍາບານສະໝຸດສາຄອນ ช่วงเวลาที่ทุกคนหลับใหลพวกเราไม่เคยหยุดท ແລະ ພະຍາບານທະຫານ ທີ່ ໂຮງໝໍສະໜາມ ວັດທະນາ ແຟດຕໍຣີ່ 2 ຄູນ 8

.

ຈາກ ເລື່ອງເລົ່າເຊົ້ານີ້

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.