ພະຍາດລະບາດໂຄວິດ-19 ເຮັດໃຫ້ຫຼາຍໆຄົນຕ້ອງຈາກໄປຢ່າງໂດດດ່ຽວດຽວດາຍ ບໍ່ໄດ້ຮອດເວລາສັ່ງລາຄອບຄົວຄົນທີ່ຮັກ ໂຄວິດມາໄດ້ສອນຫຼາຍໆຢ່າງໃຫ້ພວກເຮົາໄດ້ຮູ້ ນັ້ນຄືບໍ່ຈຳເປັນຢ່າມົ່ວສຸມຢ່າຊຸມແຊວ ຢູ່ຮ່ວມກັນໃຫ້ເຮັດດີທີ່ສຸດຄືທຸກໆວັນເປັນວັນສຸດທ້າຍເພາະບໍ່ຮູ້ວ່າເຮົາຈະໂຊກຮ້າຍມື້ໃດ.
ໂຄວິດນັບມື້ກາຍພັນຮຸນແຮງຂຶ້ນ ບໍ່ຮູ້ຈະລຸກລາມຮອດໃສໄທເຮົາເຈົ້າຂ້ອຍຊິລອດໄປຮອດມື້ໃດ ຄືຂ່າວນີ້ໃນຕອນແລງວັນທີ 14 ກໍລະກົດ 2021ໜ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ 1623 ໄດ້ນຳສົ່ງຜູ້ເສຍຊີວິດຈາກພະຍາດໂຄວິດ 19 ກໍລະນີທີ 4 ເຊິ່ງເປັນເພດຊາຍ ອາຍຸ 67 ປີ ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫລວງວຽງຈັນຂຶ້ນສູ່ສະຫວັນ.
ຊາຍຜູ້ໂຊກຮ້າຍຄົນດັ່ງກ່າວ ໄດ້ເຂົ້າຮັບການປິ່ນປົວແຕ່ວັນທີ 28/06/2021 ເຊິ່ງແພດໝໍໄດ້ເອົາໃຈໃສ່ປິ່ນປົວເພິ່ນຢ່າງສຸດຄວາມສາມາດ ແຕ່ເນື່ອງຈາກຜູ້ກ່ຽວມີບັນຫາສຸຂະພາບ ໝາກໄຂ່ຫຼັງຊຸດໂຊມມາດົນ ຈິ່ງບໍ່ສາມາດກອບກູ້ເອົາຊີວິດຜູ້ກ່ຽວໄດ້ ແລະໄດ້ຈາກໄປຢ່າງສະຫງົບໃນວັນທີ 14 ກໍລະກົດຜ່ານມາ.
ຂໍສະແດງຄວາມເສຍໃຈກັບຄອບຄົວຂອງຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານຂອງເພິ່ນໄປສູ່ສຸຂະຕິເທີ້ນ!
ການຈາກໄປຂອງຊາຍຄົນນີ້ ເຮັດໃຫ້ຍອດຜູ້ຕິດໂຄວິດ-19 ຢູ່ລາວມີ 4 ກໍລະນີແລ້ວ ແລະຂໍໃຫ້ທຸກຄົນໃຊ້ຊີວິດປົກກະຕິແບບໃໝ່ຢ່າງລະມັດລະວັງ.