ຕຳຫຼວດແຂວງກວາງບິ່ງ ມອບອຸປະກອນການແພດ ປ້ອງກັນໂ ຄ ວ ິ ດ ໃຫ້ປກສ ແຂວງສະຫວັນນະເຂດ

0
231

ກອງບັນຊາການ ຕຳຫຼວດແຂວງກວາງບິ່ງ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ນໍາເອົາອຸປະກອນການແພດ ມາມອບໃຫ້ກອງບັນຊາການ ປກສ ແຂວງສະຫວັນນະເຂດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ  ໃນວັນທີ 13 ກໍລະກົດ 2021 ນີ້ ຢູ່ທີ່ດ່ານສາກົນແດນສະຫວັນ-ລາວບາວເພື່ອປະກອບເຂົ້າໃນການສະກັດກັ້ນ

ແລະ ຕ້ານການແຜ່ລະບາດຂອງພະຍາດ ໂຄວິດ-19 ປະກອບມີ ຜ້າອັດປາກ ຈໍານວນ 150 ກັບ, ຈັກພົ່ນຢາຂ້າເຊື້ອ 1 ໜ່ວຍ, ຊຸດໃຊ້ສຳລັບປ້ອງກັນພະຍາດໂຄວິດ-19 ຈຳນວນ 25 ຊຸດ, ຜົງຢາຂ້າເຊື້ອ ຈຳນວນ 10 ຖົງ, ເຈວລ້າງມື້ 36 ຕຸກ ແລະ ເຄື່ອງວັດແທກອຸນຫະພູມ ຈຳນວນ 8 ອັນ.ກ່າວມອບ ໂດຍ ທ່ານ ພັອ ຟານດັງຕິ໋ງ

ຮອງກອງບັນຊາການຕຳຫຼວດແຂວງກວາງບິ່ງ, ກ່າວຮັບ ທ່ານ ພັທ ຈັນທາ ແສນສຸລິວົງ ຮອງກອງບັນຊາການ ປກສ ແຂວງສະຫວັນນະເຂດ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.ໃນໂອກາດດັ່ງກ່າວ ທ່ານ ພັທ ຈັນທາ ແສນສຸລິວົງ ຮອງກອງບັນຊາການ ປກສ ແຂວງ ໄດ້ກ່າວສະແດງຄໍາຂອບໃຈມາຍັງ ຄະນະການນຳກອງ

ບັນຊາການ ຕຳຫຼວດແຂວງກວາງບິ່ງ ກໍ່ຄືຜູ້ນຳພັກ-ລັດ ແຫ່ງ ສສ ຫວຽດນາມ ທີ່ໄດ້ນຳເອົາເຄື່ອງຊ່ວຍເຫຼືອມາມອບໃຫ້ໃນຄັ້ງນີ້, ພ້ອມທັງອວຍພອນຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານທີ່ພັກ-ລັດມອບໝາຍໃຫ້ ສະແດງຄວາມຍ້ອງຍໍຊົມເຊີຍທີ່ໄດ້ເປັນຫ່ວງເປັນໄຍ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະນຳເອົາເຄື່ອງອຸກອນການແພດຈຳນວນດັ່ງກ່າວນີ້ ໄປແຈກຢາຍໃຫ້ພະນັກງານ-ນັກຮົບໃນກົມກອງຢ່າງທົ່ວເຖິງ ເພື່ອນຳໃຊ້ໃຫ້ເປັນປະໂຫຍດສຸງສຸດ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.