ສະຫວັນນະເຂດ ສ້າງໂຮງໝໍພາກສະໜາມ​ ຮອງຮັບຜູ້ ຕ ິ ດ ເ ຊ ື ້ ອ ໄດ້ສູງເຖິງ 1.000​ ຄົນ

0
196

ສະຫວັນນະເຂດ ສ້າງໂຮງໝໍພາກສະໜາມ​ ຮອງຮັບຜູ້ຕິດເຊື້ອພະຍາດໂຄວິດ-19 ໄດ້ສູງເຖິງ 1.000​ ຄົນເພື່ອເປັນການຮອງຮັບດ້ານສະຖານທີ່ປິ່ນປົວສຳລັບຜູ້ຕິດເຊື້ອພະຍາດໂຄວິດ-19 ໃຫ້ພຽງພໍ ແລະ ຫຼີກລ່ຽງຄວາມແອອັດຂອງຜູ້ຕິດເຊື້ອ ພາຍໃນສູນປິ່ນປົວ ຊຶ່ງແຂວງສະຫວັນນະເຂດກໍ່ເປັນແຂວງທີ່ໃຫຍ່ອັນດັບຕົ້ນໆຂອງປະເທດ ແລະ ກໍ່ມີ

ແຮງງານເປັນຈຳນວນຫຼວງຫຼາຍທີ່ໄປອອກແຮງງານຢູ່ປະເທດໃກ້ຄຽງໂດຍສະເພາະແມ່ນປະເທດໄທ ເຊິ່ງໃນແຕ່ລະວັນໄດ້ມີແຮງງານກັບຄືນປະເທດເປັນຈຳນວນບໍ່ໜ້ອຍ

ສ່ວນໃຫຍ່ກໍ່ແມ່ນຂ້າມມາທາງຂົວມິດຕະພາບ 2 ສະຫວັນນະເຂດ – ມຸກດາຫານ. ໃນນັ້ນ,​ ກໍ່ໄດ້ມີແຮງງານຈໍານວນໜຶ່ງທີ່ກວດພົບວ່າຕິດເຊື້ອພະຍາດໂຄວິດ-19 ຊຶ່ງໃນ

ແຕ່ລະວັນແມ່ນມີຫຼາຍກໍລະນີພໍສົມຄວນ.ອີງຕາມບົດລາຍງານຂອງຄະນະສະເພາະກິດປ້ອງກັນ,ຄວບຄຸມ ແລະ ສະກັດກັ້ນການລະບາດພະຍາດໂຄວິດ-19 ຂັ້້ນແຂວງປະຈຳວັນທີ 13 ກໍລະກົດ 2021 ໄດ້ລາຍງານໃຫ້ຮູ້ວ່າ: ທົ່ວແຂວງສະຫວັນນະເຂດພົບຜູ້ຕິດເຊື້ອພະຍາດໂຄວິດ 19 ສະສົມທັງໝົດ 427 ກໍລະນີ, ຕິດເຊື້ອໃໝ່ 7 ກໍລະນີ, ກໍາລັງ

ປິ່ນປົວ 282 ກໍລະນີ. ໃນນີ້ເປັນແຮງງານນຳເຂົ້າຈຳນວນ 401 ກໍລະນີ ແລະ ອາດຈະມີຜູ້ຕິດເຊື້ອເພີ່ມຂຶ້ນອີກໃນແຕ່ລະວັນ. ສະນັ້ນທາງຄະນະສະເພາະກິດຂັ້ນແຂວງຈຶ່ງໄດ້ສ້າງໂຮງໝໍພາກສະໜາມເພື່ອຮອງຮັບຜູ້ຕິດເຊື້ອ ໂດຍໄດ້ກຳນົດເອົາ ບໍລິສັດອາເດີລານ ລາວຈຳກັດ ເປັນໂຮງໝໍສຳລັບປິ່ນປົວຜູ້ຕິດເຊື້ອ ເຊິ່ງຈຸດດັ່ງກ່າວແມ່ນມີພື້ນທີ່ກວ້າງ

ຫ່າງໄກຈາກຊຸມຊົນ ແລະ ສາມາດຮອງຮັບຜູ້ຕິດເຊື້ອໄດ້ສູງເຖິງ 1.000 ຄົນ ມາຮອດປັດຈຸບັນໂຮງໝໍດັ່ງກ່າວແມ່ນສາມາດເປີດໃຫ້ບໍລິການປິ່ນປົວເປັນທີ່ຮຽບຮ້ອຍແລ້ວ.
ພາບ-ຂ່າວ: ອັກສອນສິນ ພົມມະຈັນ,​ ວິທະຍຸກະຈາຍສຽງແຂວງສະຫວັນນະເຂດ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.