ເຫຼົ່າຮົບຊ່າງແສງ ຝຶກຊ້ອມກິລາການທະຫານ ເພື່ອເຂົ້າຮ່ວມແຂ່ງຂັນ ນາໆຊາດ (ARMY GAMES 2021 ) ທີ່ ສ.ຣັດເຊຍ.

0
243

ໃນວັນທີ 14 ກໍລະກົດ 2021, ເຫຼົ່າຮົບຊ່າງແສງກົມໃຫຍ່ເສນາທິການກອງທັບ ໄດ້ຈັດຕັ້ງຝຶກແອບກິລາການທະຫານກອງທັບປະຊາຊົນລາວ ໃນວິຊາສະເພາະປະເພດກິລາ SAFE ROUTE (ເສັ້ນທາງປອດໄພ).

ຢູ່ສະໜາມຫັດແອບກອງພັນຂ້າມຜ່ານ 588 ເພື່ອກະກຽມເຂົ້າຮ່ວມແຂ່ງຂັນກິລາການທະຫານ ນາໆຊາດ( ARMY GAMES 2021 ) ທີ່ ສ.ຣັດເຊຍ.ຢູ່ສະໜາມຫັດແອບກອງພັນຂ້າມຜ່ານ 588.ກົມຊ່າງແສງກົມໃຫຍ່ເສນາທິການກອງທັບ.ເພື່ອເຮັດໃຫ້ການແຂ່ງຂັນໄດ້ຮັບໜາກຜົນດີນັ້ນ.

ສະຫາຍພັນໂທອານູສັກ ພົມວົງສາ ຫົວໜ້າພະແນກອົບຮົມ-ສູ້ຮົບ,ຫົວໜ້າຄະນະນັກສຶກສາກິລາການທະຫານຊ່າງແສງ ກົມໃຫຍ່ເສນາທິການກອງທັບ ພາຍຫຼັງໄດ້ຮັບຄໍາແຈ້ງການຂອງຂັ້ນເທິງໃຫ້ສ້າງແຜນການກ່ຽວກັບການກະກຽມຝຶກຊ້ອມກິລາການທະຫານ( ARMY GAMES 2021 ) ທີ່ ສ.ຣັດເຊຍນີ້.

ໃຫ້ໄດ້ຮັບໜາກຜົນດີ.ຈຸດປະສົງກໍ່ເພື່ອເປັນການຍົກບົດບາດວຽກງານປ້ອງກັນຊາດ ສປປລາວເວົ້າລວມ,ເວົ້າສະເພາະແມ່ນເຫຼົ່າຮົບຊ່າງແສງຂອງກອງທັບປະຊາຊົນລາວກ້າວຂື້ນເວທີສາກົນ.

ທັງເປັນການທົດສອບຄວາມຮູ້ຄວາມສາມາດ,ຄວາມເຂັ້ມແຂງຂອງພະນັກງານນັກຮົບ ເຫຼົ່າຮົບຊ່າງແສງໃນການອົບຮົມ-ຫັດແອບ ແລະແຂ່ງຂັ້ນສູງສຸດລະດັບສາກົນໃຫ້ດີຂື້ນເປັນກ້າວໆ.

ເປັນການປຸກລະດົມທາງດ້ານແນວຄິດ,ສ້າງຄວາມເຊື້ອນັ້ນໃຫ້ພະນັກງານ-ນັກຮົບໃນທົ່ວຖັນແຖວກອງທັບປະຊາຊົນລາວເວົ້າລວມ,ເວົ້າສະເພາະແມ່ນເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວໃຫ້ມີຄວາມຈູບຈ້າວຫ້າວຫັນ ມຸ່ງໜັ້ນເຂົ້າໃນວຽກງານອົບຮົບ-ຫັດແອບຝຶກົນກໍາລັງແຮງກາຍ,ຈິດໃຈໃຫ້ກົມກອງມີຄວາມເຂັ້ມແຂງ.

ສະຫາຍພັນຕີ ຄົມໄຊ ພັນສະໃໜ ຄູຝຶກລົດ TMM-3 ກ່າຍຂົວ ກອງພັັນ588ພາກສະໜາມຕົວຈິງໃຫ້ຮູ້ກ່ຽວກັບການບາດກ້າວຂັ້ນຕອນໃນການຝຶກຊ້ອມຕົວຈິງ ແມ່ນໄດ້ເລີມຮຽນທິດສະດີແລະພາກປະຕິບັດຕົວຈິງເປັນສໍາຄັນ. ທັງນີ້ກໍ່ເປັນການທົດສອບຄວາມຮູ້-ຄວາມສາມາດດ້ານວິຊາສະເພາະຊ່າງແສງຂອງພະນັກງານ-ນັກຮົບ ໃຫ້ມີຄວາມຊຳນິຊຳນານ ແລະ

ກຳໄດ້ທິດສະດີຫຼັກການດ້ານວິຊາສະເພາະເພື່ອໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ຕົວຈິງຢູ່ພາກສະໝາມໃນເມື່ອເຂົ້າຮ່ວມແຂ່ງຂັ້ນກິລາການທະຫານ ຢູ່ທີ່ສ.ຣັດເຊຍ ມີຄວາມຮັບປະກັນ, ທັງເປັນການປັບປຸງກໍາລັງໃຫ້ມີຄວາມເຂັ້ມແຂງ ແນ່ໃສ່ເຮັດໃຫ້ການແຂ່ງຂັນໄດ້ຮັບຜົນດີ.

ສະຫາຍພັນຕີ ຄົມໄຊ ພັນສະໃໜ ຄູຝຶກລົດ TMM-3 ກ່າຍຂົວ ກອງພັັນ588ພາກສະໜາມຕົວຈິງຍັງໃຫ້ຮູ້ຕື່ມອີກວ່າ: ໃນເມື່ອຮອດສະໜາມແຂ່ງຂັນຕົວຈິງພວກເຮົາທຸກຄົນຈະພະຍາຍາມເອົາໃຈໃສ່ໃນການປະຕິບັດຂໍ້ກໍານົດກົດລະບຽບໃນການແຂ່ງຂັນໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ.

ໂດຍ: ເກນ ວິໄລສານ.

ຂອບໃຈທີ່ມາ:Lao National Radio

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.