ປະເທດລາວຕິດ 1 ໃນ 10 ປະເທດທີ່ສະກຸນເງິນອ່ອນຄ່າທີ່ສຸດໃນປີ 2021

0
230

FXSSI ໄດ້ຈັດອັນດັບ 10 ປະເທດທີ່ສະກຸນເງິນອ່ອນຄ່າທີ່ສຸດໃນໂລກປະຈຳປີ 2021 ໂດຍມີການອັບເດດຂໍ້ມູນຄັ້ງຫຼ້າສຸດໃນເດືອນມີນາຜ່ານມາ, ໜຶ່ງໃນນັ້ນກໍມີສະກຸນເງິນກີບຂອງລາວຮ່ວມຢູ່ນຳ.ມາເບິ່ງນຳກັນວ່າ 10 ສະກຸນເງິນຕາຕ່າງປະເທດທີ່ມີຄ່າຖືກທີ່ສຸດ ເມື່ອທຽບກັບໂດລາສະຫະລັດຕາມອັດຕາແລກປ່ຽນທີ່ທາງການກຳນົດ ລວມມີປະເທດໃດແດ່?.ອັນດັບ 1: ສະກຸນເງິນໂບລິວາຣ໌ (VES) ຂອງປະເທດເວເນຊຸເອລາ ໂດຍມີອັດຕາແລກປ່ຽນປະມານ 1.552.540 VES/USD.

ອັນດັບ 2: ສະກຸນເງິນຣຽລອີຣານ (IRR) ຂອງປະເທດອີຣານ ໂດຍມີອັດຕາແລກປ່ຽນປະມານ 229.500 IRR/USD. ອັນດັບ 3: ສະກຸນເງິນດົງ (VND) ຂອງປະເທດຫວຽດນາມ ໂດຍມີອັດຕາແລກປ່ຽນປະມານ 23.002 VND/USD.ອັນດັບ 4: ສະກຸນເງິນຣູເປຍ (IDR) ຂອງປະເທດອິນໂດເນເຊຍ ໂດຍມີອັດຕາແລກປ່ຽນປະມານ 14.032 IDR/USD.ອັນດັບ 5: ສະກຸນເງິນຊອມ (UZS) ຂອງປະເທດອຸຊເບກິສຖານ ໂດຍມີອັດຕາແລກປ່ຽນປະມານ 10.483 UZS/USD.

ອັນດັບ 6: ສະກຸນເງິນຟຣັງ (GNF) ຂອງປະເທດກິນີ ໂດຍມີອັດຕາແລກປ່ຽນປະມານ 10.234 GNF/USD.ອັນດັບ 7: ສະກຸນເງິນເລອອນ (SLL) ຂອງປະເທດເຊຍຣາເລອອນ ໂດຍມີອັດຕາແລກປ່ຽນປະມານ 10.213 SLL/USD.

ອັນດັບ 8: ສະກຸນເງິນກີບ ( LAK) ຂອງປະເທດລາວ ໂດຍມີອັດຕາແລກປ່ຽນປະມານ 9.512 LAK/USD (ອັດຕາແລກປ່ຽນປັດຈຸບັນ).ອັນດັບ 9: ສະກຸນເງິນກວາຣານີ (PYG) ຂອງປະເທດປາຣາກວາຍ ໂດຍມີອັດຕາແລກປ່ຽນປະມານ 6.874 PYG/USD.ອັນດັບ 10: ສະກຸນເງິນຣຽວກຳປູເຈຍ (KHR) ຂອງປະເທດກຳປູເຈຍ ໂດຍມີອັດຕາແລກປ່ຽນປະມານ 4.055 KHR/USD.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.