ອົງການອະນາໄມໂລກເຕືອນຫ້າມສີດວັກຊິນປະສົມກັນ

0
287

ເຈນີວາ, ຣອຍເຕີ: ອົງການອະນາໄມໂລກ (WHO) ເຕືອນຫ້າມບໍ່ໃຫ້ສີດວັກຊິນປະສົມກັນ ເນື່ອງຈາກຍັງບໍ່ມີຂໍ້ມູນ ແລະ ລາຍລະອຽດຈະແຈ້ງກ່ຽວກັບປະສິດທິພາບຂອງວັກຊິນຂະນະໃຊ້ຮ່ວມກັນຂອງວັກຊິນຊະນິດຕ່າງກັນ.

ທ່ານ ນາງ ຊູມຢາ ສວາມີນາທັນ, ຫົວໜ້າຝ່າຍວິທະຍາສາດ ຂອງອົງການອະນາໄມໂລກ ໄດ້ອອກຄຳເຫັນກ່າວເຕືອນບໍ່ໃຫ້ຜູ້ຄົນທຳການປະສົມ ແລະ ຈັບຄູ່ວັກຊິນຕ້ານໂຄວິດ-19 ຈາກຜູ້ຜະລິດຫຼາຍລາຍ, ໂດຍເອີ້ນສິ່ງນີ້ວ່າ “ແນວໂນ້ມອັນຕະລາຍ” ເນື່ອງຈາກຂໍ້ມູນກ່ຽວກັບຜົນກະທົບຕໍ່ສຸຂະພາບຍັງບໍ່ພຽງພໍ.

“ສິ່ງນີ້ໄດ້ກາຍເປັນແນວໂນ້ມທີ່ອັນຕະລາຍ ເຖິງຈະເປັນພຽງເລັກໜ້ອຍກໍຕາມ ເນື່ອງຈາກພວກເຮົາຍັງຢູ່ໃນເຂດປອດຂໍ້ມູນ ແລະ ປັດສາຈາກຫຼັກຖານເພື່ອຢືນຢັນວ່າສາມາດໃຊ້ວັກຊິນແບບປົນກັນ ຫຼື ຈັບຄູ່ກັນໄດ້” ທ່ານ ນາງ ຊູມຢາກ່າວ.

ຫົວໜ້າຝ່າຍວິທະຍາສາດ ຂອງ WHO ກ່າວຕື່ມວ່າ: ມັນຈະກາຍເປັນສະຖານະການອັນວຸ້ນວາຍທີ່ຈະເກີດຂຶ້ນໃນຫຼາຍປະເທດ ຖ້າຫາກປະຊາຊົນເລີ່ມຕັ້ງຂໍ້ສັງເກດວ່າ ເມື່ອໃດພວກເຂົາຈະໄດ້ຮັບການສີດວັກຊິນເຂັມທີສອງ, ສາມ ແລະ ສີ່ ແລະ ມີໃຜແດ່ທີ່ມີສິດເຂົ້າເຖິງການສີດວັກຊິນນີ້.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.