ໃນອາທິດຜ່ານມາ, ບໍລິສັດ ລ້ານຊ້າງ ມີເນໂຣນ ລິມິເຕັດ (LXML) ບໍ່ຄຳ-ທອງເຊໂປນ ແຂວງສະຫວັນນະເຂດ ໄດ້ຄົ້ນພົບວັດຖຸບູຮານຈຳນວນໜຶ່ງທີ່ມີອາຍຸເກົ່າແກ່ 2.000 ປີ ພາຍໃນຂົງເຂດຂອງບໍ່ຄຳ-ທອງເຊໂປນ. ວັດຖຸບູຮານທີ່ຄົ້ນພົບລວມມີ ຂວານເຫຼັກ ແລະ ໄຫຂະໜາດໃຫຍ່ທີ່ໃຊ້ເຂົ້າໃນພິທີກຳການຝັງສົບຄັ້ງທີ 2 ໃນໄລຍະທ້າຍຍຸກທອງຕົ້ນຍຸກເຫຼັກ.ໃນປີ 2008 ກໍໄດ້ຄົ້ນພົບໄຫທີ່ຄ້າຍຄືໄຫຂະໜາດໃຫຍ່ດັ່ງກ່າວ ຢູ່ເຂດທົ່ງນາເງືອກ ຊຶ່ງໄດ້ຖືກສະ ເໜີເປັນສະຖານທີ່ມໍລະດົກຂອງແຂວງສະຫວັນນະເຂດ.ນອກຈາກນັ້ນ, ທີມງານບູຮານວິທະຍາຂອງ LXML ຍັງໄດ້ຄົ້ນພົບໄຫເນື້ອແຂງຊຶ່ງໃນໄຫມີຂວານເຫຼັກ, ປອກແຂນທອງ ແລະ ໝາກປັດທີ່ເຮັດດ້ວຍເປືອກຫອຍ ແລະ ກ້າງປາ ທີ່ມີ
ອາຍຸປະມານ ໄລຍະສະຕະວັດທີ 12; ພ້ອມເຄື່ອງມືທັນສະໄໝທີ່ສັນນິຖານໃນເບື້ອງຕົ້ນວ່າ ມາຈາກສະໄໝລ້ານຊ້າງລະຫວ່າງ ສະຕະວັດທີ 17 ເຖິງ 19.ໃນໄລຍະຕົ້ນປີນີ້, LXML ຍັງໄດ້ຄົ້ນພົບວັດຖະບູຮານອາຍຸເກົ່າແກ່ 6.000 ປີ ຈາກຍຸກຫີນຂັດ ຢູ່ໃກ້ບໍ່ຄຳ-ທອງເຊໂປນ. ນັບຕັ້ງແຕ່ເລີ່ມດຳເນີນງານໂຄງການຄຳ-ທອງເຊໂປນ ໃນປີ 2003, LXML ໄດ້ອຸປະຖຳແຜນງານທີ່ສຳຄັນໃນການອະນຸລັກມໍລະດົກທາງວັດທະນະທຳໃນເມືອງວິລະບູລີ ໂດຍການຮ່ວມມືກັບ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ມະຫາວິທະຍາໄລແຫ່ງຊາດ ເພື່ອຮັບປະກັນການອະນຸລັກປະຫວັດສາດລາວສຳລັບຜົນປະໂຫຍດຂອງຄົນຮຸ່ນຕໍ່ໄປ. ວັດຖຸບູຮານຈຳນວນໜຶ່ງແມ່ນໄດ້ນຳໄປວາງສະແດງຢູ່ຫໍ
ວັດທະນະທຳເມືອງວິລະບູລີ, ຫໍພິພິທະພັນແຂວງສະຫວັນນະເຂດ ແລະ ຫໍພິພິທະພັນແຫ່ງຊາດຢູ່ນະຄອນຫຼວງວຽງຈັນ.ທ່ານ ສະໝານ ອະເນກາ ຜູ້ອຳນວຍການໃຫຍ່ LXML ໄດ້ກ່າວວ່າ: “ບໍລິສັດຂອງພວກເຮົາຍົກສູງ ການເຄົາລົບນັບຖືວັດທະນະທຳ ແລະ ຮີດຄອງປະເພນີຂອງຊຸມຊົນ. ຕັ້ງແຕ່ປີ 2008 ເປັນຕົ້ນມາ, LXML ໄດ້ລົງທຶນຫຼາຍກວ່າ 1,5 ລ້ານໂດລາ ເພື່ອສະໜັບສະໜູນ ການອະນຸລັກປະຫວັດສາດລາວ ແລະ ມໍລະດົກວັດທະນະທຳສຳລັບຄົນຮຸ່ນຕໍ່ໄປ.”.ໃນໄລຍຜ່ານມາ ແມ່ນໄດ້ມີການຄົ້ນພົບວັດຖຸບູຮານສຳຄັນຫຼາຍອັນຢູ່ ບໍ່ຄຳ-ທອງເຊໂປນ. ພວກເຮົາເຊື່ອວ່າ ການຂຸດຄົ້ນ-ປຸງແຕ່ງແຮ່ບູຮານໃນຂົງເຂດບໍ່ຄຳ-ທອງເຊໂປນນີ້ ໄດ້ສືບຕໍ່ມາເຖິງປະມານ 1300 ປີກ່ອນ (ປະມານ
ຄສ 700) ຊຶ່ງເປັນໄລຍະທີ່ຜູ້ຄົນໄດ້ຂຸດຄົ້ນແຮ່ທອງທີ່ອຸດົມສົມບູນຢູ່ເຂດທີ່ຮູ້ກັນວ່າ “ເປີ້ນເບົ້າຫຼໍ່” ແລະ “ທົ່ງນາເງືອກ” ແລ້ວນຳໄປປຸງແຕ່ງ ແລະ ແລກປ່ຽນ. ການສັນນິຖານນີ້ ແມ່ນ ມາຈາກ ກາກບອນທີ່ພົບໃນຝາກະແຕະໄມ້ໄຜ່ ຈາກຂຸມບໍ່ແຮ່ບູຮານໃນຕະກອນຕົມທີ່ຢູ່ເລິກໄປຈາກໜ້າດິນ (ເລິກ 10 – 40 ແມັດ).ການຂຸດຄົ້ນບໍ່ແຮ່ ເປັນປັດໄຈສຳຄັນໃນການພັດທະນາພົນລະເມືອງ ແລະ ສັງຄົມມາແຕ່ປະຫວັດສາດ. ການຂຸດຄົ້ນ ຍັງຈະດຳເນີນຕໍ່ໄປ ແລະ ພວກເຮົາຫວັງວ່າ ຈະໄດ້ເຜີຍແຜ່ການຄົ້ນພົບອັນໜ້າຕື່ນເຕັ້ນກວ່າເກົ່າ ກ່ຽວກັບ ວັດທະນະທຳ ແລະ ປະຫວັດສາດລາວ.
ຂ່າວ-ພາບ: ຈາກບໍລິສັດ ລ້ານຊ້າງມີເນໂຣນ.