ແຂວງ ສະຫວັນນະເຂດ ອອກແຈ້ງການເພີ່ມເຕີມ ເລກທີ1017/ຫວຂ.ສຂ ລົງວັນທີ 12/7/2021. ໂດຍໃຫ້ເຈົ້າຫນ້າທີ່ ປກສ ຈັດກຳລັງຕັ້ງຈຸດກວດ ຄົນເຂົ້າ-ອອກແຂວງສະຫວັນນະເຂດລວມ 4ຈຸດ:1.ຢູ່ເຊນວນ ເມືອງສອງຄອນ. 2.ຊາຍແດນເມືອງທ່າປາງທອງຫາເມືອງຕຸ້ມລານ ແຂວງສາລະວັນ.3.ຂົວເຊບັ້ງໄຟ ເສັ້ນທາງເລກທີ13
4.ຂົວຂ້າມເຊບັ້ງໄຟ ເມືອງໄຊບູລີ ແຂວງສະຫວັນນະເຂດຫາ ເມືອງຫນອງບົກ ແຂວງຄຳມ່ວນ.ໃຫ້ປະຕິບັດມາດຕະການປັບໃຫມແລະດຳເນີນຄະດີຕ່ໍບຸກຄົນລວມເຖິງຜູ້ປະກອບການຮ້ານບັນເທີງ,ຮ້ານຄາຣາໂອເກະ,ຮ້ານກິນດື່ມ(ທີ່ມີທາດເຫລົ້າ), ຮ້ານບໍລິການນວດສະປາທຸກປະເພດ, ຮ້ານສະຫນຸກເກີ້, ຮ້ານອິນເຕີເນັດແລະຮ້ານເກມທຸກປະເພດພາຍໃນແຂວງສະຫວັນນະເຂດທີ່ຍັງລະເມີດແຈ້ງການວ່າດ້ວຍການຕ້ານແລະຄວບຄຸມພະຍາດໂຄວິດ-19ດັ່ງນີ້:
1.ຄັ້ງທຳອິດ ປັບໃຫມ 10,000,000 ກີບ ພ້ອມໂຈະກິດຈະການຊົ່ວຄາວພ້ອມທັງນຳຕົວເຈົ້າຂອງຮ້ານໄປສືກສາອົບຮົມ 48 ຊົ່ວໂມງ.2.ຖ້າສືບຕ່ໍລະເມີດ ປັບໃຫມ 30,000,000 ກີບ ພ້ອມຖອນໃບອະນຸຍາດກດຳເນີນກິດຈະການຖາວອນ ແລະ ນຳເຈົ້າຂອງຮ້ານດຳເນີນຄະດີຕາມກົດຫມາຍ.