ວັນຈັນ:ການງານ ພົບອຸປະສັກ ຄວາມຊ້າໃນເລື່ອງຂອງການງານ ແຕ່ເມື່ອໃຊ້ຄວາມພະຍາຍາມກໍຈະເຮັດໃຫ້ເກີດຄວາມສຳເລັດໄດ້ ການເງິນ ມີໂຊກຈະໄດ້ເງີນເຂົ້າມາໃນຊ່ວງນີ້ດວງທາງດ້ານການເງີນດີເປັນພິເສດທີ່ຈະຫາເງີນເຂົ້າມາໄດ້ ຫລາຍກວ່າແຕ່ກ່ອນ ຄວາມຮັກ ຄວາມສຳພັນຍັງດຳເນີນໄປຢ່າງຊ້າໆ ຫລືບໍ່ຄ່ອຍພັດທະນາປານໃດ ເພາະມີຫຼາຍສິ່ງຫຼາຍຢ່າງທີ່ຕ້ອງໄປຈັດການ
ວັນຄານ:ການງານ ຈະເຮັດວຽກງານຫຍັງໃນຊ່ວງນີ້ຈະປະສົບຄວາມສຳເລັດຢູ່ໃນເກນທີ່ດີ ການປ່ຽນແປງໂຍກຍ້າຍຈະກໍ່ໃຫ້ເກີດໂອກາດທີ່ດີ ການເງິນ ຊ່ວງນີ້ລາຍຈ່າຍຍັງມີຫລາຍ ທ່ານຄວນລະມັດລະວັງໃນເລື່ອງຂອງການໃຊ້ຈ່າຍ ຫລືການໃຊ້ເງີນ ໃຊ້ຄວາມສຸຂຸມອ້ອມຄອບໂດຍການເຮັດບັນຊີລາຍຮັບລາຍຈ່າຍ ຄວາມຮັກ ມີໂອກາດພົບຄົົນທີ່ຖືກໃຈ ທ່ານເປັນຄົນສະຫລຽວສະຫລາດ ເກັ່ງ ມີຄວາມສາມາດ ແລະເຂົ້າໃຈທ່ານໄດ້ເປັນຢ່າງດີ
ວັນພຸດ:ການງານ ຫາກມີການປ່ຽນແປງໂຍກຍ້າຍໃນຊ່ວງນີ້ຈະກໍ່ໃຫ້ເກີດຜົນດີີແກ່ທ່ານ ບໍ່ຄວນທີ່ຈະຍ້ານເກີນໄປຈົນເຮັດໃຫ້ເສຍໂອກາດ ການເງິນ ລະມັດລະວັງເລື່ອງການໃຊ້ຈ່າຍເງີນໃຫ້ດີໃນຊ່ວງນີ້ ໃຊ້ຄວາມປະຫຢັດເອົາໄວ້ຈະດີທີ່ສຸດ ຫລືເກັບເງີນໄວ້ເພື່ອການລົງທຶນໃນອະນາຄົດຈະດີກວ່າ ຄວາມຮັກ ສຸກສົມຫວັງລົງຕົວດ້ານຄວາມຮັກ ມີໂອກາດພົບຄູ່ ພົບຄົົນທີ່ຖືກໃຈ
ວັນພະຫັດ:ການງານ ຈະຈັບທຸລະກິດ ຫລືງານສິ່ງໃດໃນຊ່ວງນີ້ຈະປະສົບຄວາມສຳເລັດໄປທຸກຢ່າງ ມີຄວາມກ້າວໜ້າທາງດ້ານທຸລະກິດເປັນຢ່າງຫລາຍ ການເງິນ ຊ່ວງນີ້ລາຍຈ່າຍຍັງຄົງຖ້າທ່ານຢູ່ອີກຫລາຍ ມີເລື່ອງທີ່ຈຳເປັນຕ້ອງໃຊ້ອອກໄປຫລາຍຈາກນີ້ໄປນັ້ນເອງ ຄວາມຮັກ ການງານນຳພາມາໃຫ້ໄດ້ພົບຄູ່ ພົບຄົົນທີ່ຖືກໃຈ ຫລືຄົນຮັກທີ່ຄົບຫາກັນຈະມີສ່ວນຊ່ວຍເຫລືອການເຮັດວຽກງານ ເຮັດທຸລະກິດ
ວັນສຸກ:ການງານ ຊ່ວງນີ້ອຸປະສັກທາງດ້ານການງານຍັງມີຢູ່ ທ່ານຈຶ່ງຄວນຫາແນວທາງໃນການແກ້ບັນຫາຕ່າງໆ ໃໝ່ ການເງິນ ມີໂຊກຈະໄດ້ເງີນເຂົ້າມາເພີ່ມຂຶ້ນໃນຊ່ວງນີ້ເຮັດໃຫ້ທ່ານຮູ້ສຶກດີໃຈຂຶ້ນມາໄດ້ນັ້ນເອງ ຄວາມຮັກ ຢູ່ໃນເກນລົງຕົວທາງດ້ານຄວາມສຳພັນດ້ານຄວາມຮັກທີ່ຈະມີຄວາມຫມັ້ນຄົງ ແລະຢັ່ງຢືນ
ວັນເສົາ:ການງານ ຊ່ວງນີ້ຮູ້ສຶກເບື່ອຍາກຈະປ່ຽນແປງເລື່ອງການງານ ຄວນເຮັດຫນ້າທີ່ໃຫ້ດີທີ່ສຸດກໍພຽງພໍແລ້ວ ການເງິນ ມີໂຊກຈະໄດ້ເງີນເຂົ້າໃນຊ່ວງນີ້ ມີຄວາມກັງວົນໃຈກ່ອນແລ້ວຈຶ່ງຈະໄດ້ເງີນເຂົ້າມາເພິ່ມເຕິມເພີ່ມຂຶ້ນ ຄວາມຮັກ ມີຄວາມສຸກດີຂຶ້ນກັບຊີວິດທີ່ເປັນຢູ່ ມີໂອກາດໄດ້ຂ່າວກ່ຽວກັບຄວາມຮັກທີ່ຕ້ອງໃຊ້ການພິຈາລະນາເລື່ອງຄວາມຮັກໃໝ່ອີກເທື່ອໜຶ່ງ