ສຳລັບຜູ້ທີ່ບໍ່ໄດ້ຮັບວັກຊີນ ເຂັມທໍາອິດ ຫລື ກໍາລັງກະກຽມລໍຖ້າຮັບ ເຂັມທີ່ສອງ ສາມາດນໍາໃຊ້ລະບົບນັດເວລາລ່ວງໜ້າໄດ້

0
262

ສໍາລັບທ່ານໃດທີ່ມີສະມາຊິກຄອບຄົວຜູ້ສູງອາຍຸ, ຜູ້ມີພະຍາດປະຈໍາຕົວ ຫລື ບຸກຄະລາກອນທາງການແພດ ທີ່ບໍ່ທັນໄດ້ຮັບວັກຊີນ “ເຂັມທໍາອິດ” ຫລື ກໍາລັງກະກຽມລໍຖ້າຮັບ “ເຂັມທີ່ສອງ” ສາມາດນໍາໃຊ້ລະບົບນັດເວລາລ່ວງໜ້າ ຂອງ ກະຊວງສາທາລະນະສຸກ ໄດ້ແລ້ວເພື່ອເຂົ້າຮັບວັກຊີນກັນພະຍາດໂຄວິດ-19 ຜ່ານທາງເວັບໄຊ້ ສະເພາະ ວັນທີ 14-15 ກໍລະກົດ 2021

ເລືອກວັນເວລາເຂົ້າໄປຮັບວັກຊີນຕາມໃຈຂອງທ່ານ ເພື່ອປະຢັດເວລາການລໍຖ້າ ແລະ ຫລີກເວັ້ນຝູງຊົນແອອັດ. ສະຖານທີ່ທີ່ສາມາດນັດເວລາໄດ້:
1. ສູນການຄ້າລາວ-ໄອເຕັກ (ນະຄອນຫລວງວຽງຈັນ)

ມີວັກຊີນໃຫ້ບໍລິການທັງ ເຂັມໜຶ່ງ ແລະ ເຂັມສອງ ເຊີນຊວນໃຫ້ທຸກຄົນພາ ພໍ່ແມ່ ລຸງປ້ານ້າອາ ພໍ່ຕູ້ແມ່ຕູ້ ມາຮັບວັກຊີນເພື່ອຫລຸດຜ່ອນຄວາມສ່ຽງການເຈັບເປັນຮ້າຍແຮງ ຫລື ການເສຍຊີວິດຂອງເພິ່ນຈາກພະຍາດໂຄວິດ-19

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.