ວັນທີ 11 ກໍລະກົດ 2021 ທົ່ວປະເທດກວດພົບຜູ້ຕິດເຊື້ອໂຄວິດໃໝ່ 89 ກໍລະນີ ສະຫຼຸບ ສະຖານະການລະບາດຂອງພະຍາດໂຄວິດ ຈາກຄະນະເພາະກິດ ທົ່ວປະເທດກວດພົບຜູ້ຕິດເຊື້ອໃໝ່ 89 ຕົວຢ່າງ ,ແຂວງນະຄອນຫຼວງວຽງຈັນມີຜູ້ຕິດເຊື້ອໂຄວິດ ຈຳນວນ : 17 ຄົນ (ເປັນກໍລະນີນຳເຂົ້າ) , ແຂວງວຽງຈັນມີຜູ້ຕິດເຊື້ອໂຄວິດ ຈຳນວນ : 2 ຄົນ, ແຂວງຫຼວງນ້ຳທາມີຜູ້ຕິດເຊື້ອໂຄວິດ ຈຳນວນ : 1 ຄົນ , ແຂວງຈຳປາສັກມີຜູ້ຕິດເຊື້ອໂຄວິດ ຈຳນວນ: 39 ຄົນ (ເປັນກໍລະນີນຳເຂົ້າ), ແຂວງສະຫັວນນະເຂດມີຜູ້ຕິດເຊື້ອໂຄວິດ ຈຳນວນ : 27 ຄົນ (ເປັນກໍລະນີນຳເຂົ້າ),ແຂວງຄຳມ່ວນມີຜູ້ຕິດເຊື້ອໂຄວິດ ຈຳນວນ : 3 ຄົນ (ເປັນກໍລະນີນຳເຂົ້າ)
ສະນັ້ນຂໍໃຫ້ທຸກຄົນຢ່າປະໝາດ ໃຫ້ພາກັນຮັກສາມາດຕະການຢ່າງເຂັ້ມງວດ ບໍ່ປ່ອຍປະລະເລີຍຕໍ່ມາດຕະການໄປໃສມາໃສໃຫ້ໃສ່ຜ້າປິດປາກປິດດັງ ບໍ່ໄປສະຖານທີ່ແອອັດ ແລະ ມີຄົນຫຼາຍ ເພື່ອຫຼີກລ້ຽງໄລຍະຫ່າງທາງສັງຄົມ ແລະໃຫ້ໝັ່ນລ້າງມືທຸກຄັ້ງເວລາອອກໄປຂ້າງນອກ ຫຼື ຈັບບາຍສິ່ງຂອຕ່າງໆດ້ວຍເຈວແອວກໍຮໍ ສຸດທ້າຍຂໍໃຫ້ທຸກຄົນປອດໄພ ເຮົາຈະຜ່ານວິກິດຄັ້ງນີ້ໄປດ້ວຍກັນ