+ ນອກຈາກໝາກມ່ວງແຕ່ລະພັນຈະມີລົດຊາດຄວາມແຊບທີ່ແຕກຕ່າງກັນແລ້ວ ຍັງມີປະໂຫຍດຕໍ່ຮ່າງກາຍຫຼາຍຢ່າງ ແຕ່ຍັງມີສ່ວນໜຶ່ງຂອງໝາກມ່ວງທີ່ເຮົາເບິ່ງຂ້າມ ນັ້ນກໍ ຄື “ເປືອກໝາກມ່ວງ”
ເຮົາຈະກ່າວເຖິງໝາກມ່ວງເຄິ່ງສຸກແລະສຸກ ເພາະຈະມີຄວາມຝາດນ້ອຍກວ່າໝາກມ່ວງດິບ ຊຶ່ງກ່ອນທີ່ຈະກິນເປືອກໝາກມ່ວງນັ້ນ ຄວນຈະທົດສອບໃຫ້ແນ່ໃຈວ່າເຮົາແພ້ໜ່ວຍ
ໄມ້ຊະນິດນີ້ຫຼືບໍ່ ໂດຍນຳເປືອກໝາກມ່ວງມາຖູບໍລິເວນຜິວໜັງທີ່ອ່ອນ ຄືທ້ອງແລະແຂນ ຫາກມີຜື່ນແດງ ຈາກການແພ້ ກໍຄວນຫຼີກລ້ຽງ
+ ປະໂຫຍດນາໆປະການຂອງເປືອກໝາກມ່ວງ
1. ຊ່ວຍຮັກສາລະດັບນ້ຳຕານ ແລະ ຫຼຸດຄໍເລດເຕີຣໍ : ສານອາຫານທີ່ຢູ່ໃນເປືອກໝາກມ່ວງຈະຊ່ວຍຄວບຄຸມລະດັບຂອງນ້ຳຕານໃນເລືອດ
ແລະ ຫຼຸດລະດັບຄໍເລດເຕີຣໍໄດ້ ແຕ່ສຳລັບຄົົນທີ່ມີຄໍເລດເຕີຣໍດີຢູ່ໃນປະລິມານທີ່ເໝາະສົມ ບໍ່ຄວນບໍລິໂພກ ເພາະຈະເຮັດໃຫ້ຄໍເລດເຕີຣໍຫຼຸດລົງຈົນບໍ່ສົມດຸນກັບຮ່າງກາຍ
2. ຊ່ວຍຫຼຸດຄວາມສ່ຽງເກີດມະເຮັງ : ເປືອກໝາກມ່ວງອຸດົມໄປດ້ວຍສານຕ້ານອະນຸມູນອິດສະຫຼະ ຊຶ່ງຈະຊ່ວຍປ້ອງກັນການປ່ຽນແປງຂອງເຊລ ທີ່ຈະນຳໄປສູ່ການກໍ່ມະເຮັງ
3. ຊ່ວຍຕ້ານອາການອັກເສບ : ຜູ້ຊ່ຽວຊານກ່າວວ່າ ພາວະການອັກເສບ ຈະເຮັດໃຫ້ພະຍາດທີ່ເປັນຢູ່ມີອາການຮຸນແຮງຂຶ້ນ ຊຶ່ງການກິນເປືອກໝາກມ່ວງຈະຊ່ວຍຫຼຸດຄວາມສ່ຽງໃນການ ອັກເສບຂອງ 3 ພະຍາດໄດ້ເປັນຢ່າງດີ ໄດ້ແກ່ ພະຍາດໄຂຂໍ້ ພະຍາດເບົາຫວານ ແລະ ພະຍາດອຳໄຊເມີ
4. ຊ່ວຍບຳລຸງສາຍຕາ : ບໍ່ພຽງໃນຊີ້ນຂອງໝາກມ່ວງຈະມີວິຕາມິນ A ສູງເທົ່ານັ້ນ ບໍລິເວນເປືອກຂອງໝາກມ່ວງກໍອຸດົມໄປດ້ວຍສານເບຕ້າແຄໂຣທີນ
ແລະ ວິຕາມິນ A ຄືກັນ ຊຶ່ງມີ ສ່ວນຊ່ວຍໃນການບຳລຸງສາຍຕາ ແລະ ນັບເປັນສານອະນຸມູນອິດສະຫຼະທີ່ເປັນເກາະປ້ອງກັນເລຕິໜ້າ (ຈໍຕາ) ບໍ່ໃຫ້ເສື່ອມສະພາບອີກດ້ວຍ
5. ຊ່ວຍບຳລຸງຜິວພັນ : ເປືອກໝາກມ່ວງຊ່ວຍເຮັດໃຫ້ຜິວພັນເບິ່ງອ່ອນເຍົາ ເນື່ອງຈາກອຸດົມໄປດ້ວຍວິຕາມິນ C ນອກຈາກຈະກິນເປືອກແລ້ວ ເນື້ອໝາກມ່ວງສຸກຍັງເອົາມາບົດໃຫ້ລະອຽດ
ພອກໜ້າໄວ້ 15 ນາທີ ຮັບຮອງຜິວພັນສົດຊື່ນດັ່ງໃຈ
6. ຊ່ວຍຄວບຄຸມນ້ຳໜັກ : ເປືອກໝາກມ່ວງເຕັມໄປດ້ວຍໄຟເບີ ຊຶ່ງເປັນກາກໃຍທີ່ຈະຊ່ວຍໃຫ້ເຮົາອິ່ມໄວຂຶ້ນ ແລະ ເຮັດໃຫ້ຢາກອາຫານນ້ອຍລົງ ທັງຍັງເລັ່ງການເຜົາຜານ ແລະ ຍ່ອຍ ອາຫານໄດ້ດີ
+ ວິທີການກິນທີ່ຈະເຮັດໃຫ້ເປືອກໝາກມ່ວງມີລົດຊາດບໍ່ຝືດຂົມຕິດລີ້ນຄືທີ່ຫຼາຍຄົນກັງວົນ
1.ຝານເປືອກໝາກມ່ວງບາງໆ ລ້າງຢາງອອກໃຫ້ສະອາດ ນຳມາຊ່ອຍເປັນເນື້ອນ້ອຍໆ
2.ນຳໄປດອງໃນນ້ຳເກືອ ຄ້າຍໝາກມ່ວງດອງ
3.ອີກວິທີຄື ນຳໄປຕາກແດດ ຫຼັງຈາກນັ້ນນຳໄປອົບ ຫຼື ທອດກອບ ຮູ້ແບບນີ້ແລ້ວ ຄາວໜ້າເວລາປອກເປືອກໝາກມ່ວງ ຢ່າໂຢນຖິ້ມລົງຖັງຂີ້ເຫຍື້ອ ລອງເກັບມາເຮັດຕາມວິທີຂ້າງເທິງເບິ່ງ ເປັນການກິນໝາກມ່ວງທີ່ໄດ້ປະໂຫຍດສູງສຸດເກືອບທຸກສ່ວນ ແຖມຍັງດີຕໍ່ຮ່າງກາຍອີກດ້ວຍ