ຄະນະສະເພາະກິດສະແດງຄວາມເປັນຫ່ວງ ແລະເປີດເຜີຍຢ່າງຈີງໃຈຕໍ່ສັງຄົມໃຫ້ຮ່ວມກັນເປັນເຈົ້າການ ປ້ອງກັນບໍ່ໃຫ້ສາຍພັນເດວຕາມາແຜ່ລະບາດຢູ່ລາວ ນັ້ນຄືການຊ່ວຍເປັນຫູເປັນຕານຳເຈົ້າໜ້າທີ່ ບໍ່ໃຫ້ເປັນໃຈຕໍ່ຜູ້ລັກລອບຂ້າມມາລາວຢ່າງຜິດກົດໝາຍ ກໍລະນີທ່ານມີພີ່ນ້ອງຢູ່ຕ່າງປະເທດຢາກກັບມາລາວຕ້ອງບອກໃຫ່ກັບມາຢ່າງຖືກກົດໝາຍ ເຂົ້າຕາມຂັ້ນຕອນຈຳກັດບໍລິເວນ ເພື່ອບໍ່ໃຫ້ເລື່ອງລາວບານປາຍຖ້າຖືເຊື້ອມານຳ.
ລັດຖະບານແມ່ນໄດ້ເຮັດທຸກຢ່າງໆດີທີ່ສຸດ ເປັນຕົ້ນຮັບເອົາພົນລະເມືອງລາວທຸກຄົນທີ່ຢູ່ຕ່າງປະເທດທັງໄປແບບຖືກກົດໝາຍມີໜັງສືໄປອອກແຮງງານ ແລະໄປລັກເຮັດວຽກຢ່າງບໍ່ຖືກກົດໝາຍກໍ່ຍອມກັບບ້ານໝົດ ແຕ່ຂໍໃຫ້ທຸກຄົນທີ່ມີຈຸດປະສົງຈະເດີນທາງກັບບ້ານມາຢ່າງຖືກກົດໝາຍ ແຈ້ງຈຸດປະສົງໄປຍັງສະຖານທູດ ເພື່ອຈັດສົ່ງມາຕາມຂັ້ນຕອນທຸກຢ່າງ ເພື່ອຄວາມປອດໄພຂອງຕົວຜູ້ກ່ຽວເອງຄອບຄົວ ແລະຊຸມຊົນ.
ແນວໃດກໍ່ຕາມ ໃນວັນທີ 8 ກໍລະກົດ ປີ 2021 ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຖະແຫຼງຂ່າວປະຈຳວັນ ທີ່ກະຊວງສາທາລະນະສຸກ ເຊິ່ງທ່ານໄດ້ກ່າວວ່າ: ຮຽກຮ້ອງມາຍັງ ປະຊາຊົນຊາວລາວທຸກຄົນ ທີ່ໄປເຮັດວຽກຢູ່ປະເທດເພື່ອນບ້ານຫາກຈະກັບຄືນປະເທດກໍ່ຂໍໃຫ້ ດຳເນີນຂັ້ນຕອນເຂົ້າມາຕາມລະບຽບຫຼັກການ ເຂົ້າມາຕາມຊ່ອງທາງທີ່ຖືກຕ້ອງເພື່ອຈະໄດ້ ຮັບການເກັບຕົວຢ່າງກວດຊອກຫາເຊື້ອພະຍາດ ໂຄວິດ -19 ແລະຈຳກັດບໍລິເວນຕາມຂັ້ນຕອນຂອງ ມາດຕະການປ້ອງກັນພະຍາດໂຄວິດ-19 ເພື່ອເປັນການປ້ອງກັນ ແລະ ຮັບປະກັນວ່າການທີ່ທ່ານກັບມາບ້ານເກີດເມືອງນອນ ເພື່ອມາຫາ ພໍ່ແມ່ ອ້າຍເອື້ອຍນ້ອງ ແລະ ທຸກຄົນທີ່ມີການພົວພັນກັບທ່ານນັ້ນ ຈະບໍ່ເປັນການນຳເຊື້ອພະຍາດມາຕິດຕໍ່ໃສ່ຄອບຄົວ ແລະຄົນທີ່ທ່ານຮັກ.
ເນື່ອງຈາກປະຈຸບັນ ນອກຈາກສະພາບການຕິດເຊື້ອໃນແຮງງານ ເດີນທາງເຂົ້າມາ ແລ້ວ ປະເທດເຮົາ ກໍ່ຍັງມີການຕິດເຊື້ອໃນຊຸມຊົນ ຄືຢູ່ ແຂວງວຽງຈັນ ຍັງສືບຕໍ່ມີລາຍງານ ຕົວເລກການຕິດເຊື້ອໃນຊຸມຊົນ ໃນກຸ່ມເກົາ ທີ່ມີການຕິດເຊື້ອຈາກນະຄອນຫຼວງ ເລີ້ມແຕ່ ທ້າຍເດືອນ ມີຖຸນາ ຮອດປະຈຸບັນ ມີຈຳນວນຕິດເຊື້ອໃນຊຸມຊົນຢູ່.
ຕໍ່ກັບສະພາບການລະບາດຂອງພະຍາດໃນຊຸມຊົນ , ສະພາບການຕິດເຊື້ອພະຍາດສາຍພັນເດວຕາໃນແຮງງານທີ່ເດີນທາງເຂົ້າມາປະເທດ ສົມທົບກັບ ບັນດາປະເທດອ້ອມຂ້າງຍັງມີການລະບາດຂອງພະຍາດສາຍພັນ ເດວຕາ ໃນຊຸມຊົນ ແລະ ຍັງບໍ່ມີທ່າອຽງທີ່ຈະຫຼຸດລົງ ມີການປິດເມືອງ ເຮັດໃຫ້ ແຮງງານກັບປະເທດເພີ້ມຂື້ນຈຳນວນຫຼວງຫຼາຍ ສິ່ງເຫຼົ່ານັ້ນ ຖືວ່າເປັນສິ່ງທ້າທາຍ ແລະ ເຮັດໃຫ້ປະເທດຂອງພວກເຮົາມີຄວາມສ່ຽງສູງທີ່ຈະມີການລະບາດຂອງພະຍາດ ສາຍພັນເດວຕາ ໃນປະເທດ.
ທ່ານ ດຣ.ນາງ ພອນປະເສີດ ໄດ້ກ່າວອີກວ່າ ຖ້າຫາກບໍ່ມີການ ວາງມາດຕະການປ້ອງກັນ , ຄວບຄຸມ ຢ່າງເຂັ້ມງວດ ແລະ ຮັດກຸມ ເພາະການລະບາດຢູ່ ນະຄອນຫຼວງ ໃນໄລຍະ ເດືອນເມສາ 2021 ແມ່ນສາຍເຫດຈາກສາຍພັນ ອານຟາ ແຕ່ຖ້າມີການລະບາດຂອງສາຍພັນ ເດວຕາໃນຊຸມຊົນ ເຊິ່ງເປັນສາຍພັນທີ່ສົ່ງເຊື້ອໄວກວ່າອານຟາ ຫຼາຍເທົ່າ ອາດຈະ ເຮັດໃຫ້ ປະເທດຂອງພວກເຮົາ ຕົກຢູ່ໃນສະພາບທີ່ ທີ່ບໍ່ອາດຄວບຄຸມການລະບາດຂອງພະຍາດໄດ້.