ຄົນເກີດວັນຈັນ:ການງານ ທ່ານຈະເຮັດທຸລະກິດມີການຜິດພາດຕ້ອງກັບມາແກ້ໄຂຜົນໃຫ້ດີຂື້ນ ການເງິນ ໝຸນຫາເງິນໃຊ້ຈ່າຍໄດ້ຢ່າງວ່ອງໄວ ແຕ່ຄວນຄອບຄຸມໃຫ້ຫຼາຍກວ່ານີ້
ຄວາມຮັກ ເກີດຄວາມຫ່າງເຫີນກັນຫຼາຍຂຶ້ນເພາະໄລຍະນີ້ຕ່າງຝ່າຍຕ່າງບໍ່ມີເວລາ
ຄົນເກີດວັນອັງຄານ:ການງານ ສະຫຼຽວສະຫຼາດໃນການຕໍ່ລອງໄດ້ຮັບຜົນປະໂຫຍດທີ່ດີ ການເງິນ ຈະມີຜູ້ໃຫຍ່ມາອຸປະຖໍາໃນເລື່ອງຂອງດ້ານການເງິນທີ່ຈະລົງທຶນ ຄວາມຮັກ ໄດ້ພົບຮັກກັບຄົນຜິວຂາວເຫຼືອງ ແຕ່ອາດເປັນບຸກຄົນທີ່ທ່ານບໍ່ມັກ
ຄົນເກີດວັນພຸດ:ການງານ ພົບເລື່ອງເອກະສານສັນຍາທາງທຸລະກິດເປັນໂມຄະຕ້ອງລະວັງເລື່ອງການເຊັນສັນຍາ ການເງິນ ມື້ນີ້ໂຊກດີຈະໄດ້ຮັບເງິນຈາກຄົນທີ່ທ່ານນັບຖື ແລະ ເປັນຫ່ວງທ່ານ ຄວາມຮັກ ເກີດຄວາມສຳພັນເຫີນຫ່າງກັບຄົນຮັກຫຼາຍຂຶ້ນໃຫ້ລະວັງເລື່ອງຂອງຄໍາເວົ້າ ພະຍາຍາມຮັກສານໍ້າໃຈກັນໃຫ້ຫຼາຍ
ຄົນເກີດວັນພະຫັດ:ການງານ ລົງທຶນເຮັດທຸລະກິດດ້ວຍເງິນເປັນຈຳນວນຫຼາຍຈະປະສົບຜົນດີ ການເງິນ ສາມາດໝຸນຫາເຂົ້າມາໃຊ້ຈ່າຍໄດ້ຢ່າງວ່ອງໄວ ຄວາມຮັກ ໄດ້ພົບຮັກກັບຄົນທີ່ມີສະເໜ່ມີນິໄສດີ ໜ້າຄົ້ນຫາແຕ່ຈະມີອາຍຸນ້ອຍກວ່າທ່ານ
ຄົນເກີດວັນສຸກ:ການງານ ເຮັດທຸລະກິດຫຍັງກໍເປັນເງິນເປັນຄໍາໄປທຸກຢ່າງປະສົບຄວາມສຳເລັດດີ ການເງິນ ທ່ານຈະພົບສິ່ງຂອງທີ່ຢາກໄດ້ມາດົນຈຶ່ງໃຊ້ເງິນກ້ອນນັ້ນຈັບຈ່າຍຊື້ຂອງຂວັນໃຫ້ກັບຕົນເອງ ຄວາມຮັກ ຄວາມສຳພັນເລື່ອງຄວາມຮັກຍັງບໍ່ລົງຕົວ
ຄົນເກີດວັນເສົາ:ການງານ ເຮັດທຸລະກິດຈະການຄ້າພົບເຫດການທີ່ມີຍອດຂາຍທີ່ຫຼຸດນ້ອຍລົງ ການເງິນ ຢູ່ໃນສະພາວະເຄັ່ງຄຽດ ເພາະເປັນໄລຍະທີ່ລາຍຈ່າຍຫຼາຍກວ່າລາຍຮັບ
ຄວາມຮັກ ມີໂອກາດຈົບຄວາມສຳພັນກັບຄົນຮັກເກົ່າແລ້ວໄປເລີ່ມຕົ້ນຄວາມສຳພັນກັບຄົນຮັກໃໝ່
ຄົນເກີດວັນອາທິດ:ການງານ ໃຊ້ເຕັກນິກພິເສດໃນເລື່ອງຂອງການສ້າງຜົນງານໄດ້ຢ່າງວ່ອງໄວຈົນເກີດຄວາມສຳເລັດ ແລະ ມີຊື່ສຽງທີ່ດີ ການເງິນ ມີໂອກາດເສຍເງິນໃນການເລີ່ມຕົ້ນລົງທະບຽນການສຶກສາ ຄວາມຮັກ ໄດ້ພົບຮັກກັບຄົນຜິວຂາວເຫຼືອງ ມີສະເໜ່ ມີເກນອາຍຸນ້ອຍກວ່າ