ເປັນຫຍັງຕ້ອງຮັບແຮງງານກັບມາ? ຕອບເພາະເຂົາຄືພົນລະເມືອງລາວ

0
327

ແຮງງານລາວກັບຈາກໄທຍັງທະຍອຍກັນກັບບ້ານບໍ່ຂາດສາຍ ຍິ່ງຍາມນີ້ຜູ້ຕິດເຊື້ອຢູ່ໄທບໍ່ມີຮອດຕຽງນອນ ແຮງງານຍິ່ງກັບມາເພີ່ມຂຶ້ນທຸກວັນ ແຂວງຈຳປາສັກເອງໄດ້ກະກຽມຕຽງຈຳນວນຫຼາຍຢູ່ແຕ່ເລີ່ມບໍ່ພຽງພໍກັບຜູ້ຕິດເຊື້ອທີ່ພົບໃນແຕ່ລະວັນ ຈິ່ງຂໍແຂວງໃກ້ຄຽງຊ່ວຍຮັບແຮງງານທີ່ກັບມາຂອງແຂວງດັ່ງກ່າວ ຂະນະທີ່ຈຳນວນທີ່ນອນປີ່ນປົວຢູ່ຍັງ 200 ກວ່າຄົນ ຖືເປັນຕົວເລກທີ່ບໍ່ໜ້ອຍເລີຍ ຂໍເອົາໃຈຊ່ວຍທາງແຂວງ ຈໍາປາສັກເດີ້.

ມີຫຼາຍໆຄົນບອກວ່າເປັນຫຍັງຕ້ອງຮັບແຮງງານລາວກັບປະເທດ ມີຫຼາຍຄົນຖາມ ໃຫ້ເຂົ້າໃຈວ່າ ພວກເພິ່ນເປັນຄົນລາວຄືກັນກັບພວກເຮົາໄປເຮັດວຽກຢູ່ຕ່າງປະເທດກໍ່ເພື່ອຫາເງິນ ເມື່ອມີພະຍາດລະບບາດບໍ່ມີວຽກເຮັດບໍ່ມີລາຍຮັບກໍ່ຕ້ອງກັບບ້ານ ພັກ-ລັດກໍ່ຄືພໍ່ ແລະແມ່ ຕ້ອງເບິ່ງແຍງເປັນແນວໃດກໍ່ຄືຄົນຂອງໂຕເອງ ພົນລະເມືອງລາວຕ້ອງຮັບກັບມາຢູ່ບ້ານໂຕເອງດີກວ່າຢູ່ບ້ານເພິ່ນ.

ຕາມຂ່າວຈາກ Lao National Radio ໄດ້ລາຍງານວ່າ: ແຂວງ ຈໍາປາສັກ ກໍາລັງປະສົບກັບບັນຫາສະ ຖານທີ່ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ບໍ່ພຽງພໍກັບຄວາມຕ້ອງການ ເນື່ອງຈາກຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນເປັນຈຳນວນຫລາຍໃນໄລຍະນີ້ ເຮັດໃຫ້ອົງການປົກຄອງແຂວງ ຕ້ອງຂໍຄວາມຊ່ວຍເຫລືອຈາກຄະນະສະເພາະກິດຂັ້ນສູນກາງ ແລະ ບັນດາແຂວງເພື່ອໄປຮັບເອົາແຮງງານຂອງຕົນທີ່ເດີນທາງຜ່ານດ່ານສາກົນວັງເຕົາ-ຊ່ອງເມັກ.


ດຣ ວຽງສີ ສຸພັກດີ, ຫົວໜ້າພະແນກສາທາລະນະສຸກແຂວງຈໍາປາສັກ ໃຫ້ສໍາພາດວ່າ: ເນື່ອງຈາກໄລຍະນີ້ມີແຮງ ງານລາວຢູ່ໄທເດີນທາງກັບຄືນປະເທດໂດຍຜ່ານດ່ານສາ ກົນວັງເຕົາ-ຊ່ອງເມັກ, ແຂວງຈຳປາສັກ ສະເລ່ຍບໍ່ຫລຸດ 100 ຄົນຕໍ່ວັນ ເຮັດໃຫ້ສູນຈຳກັດບໍລິເວນຂອງແຂວງເຕັມແລ້ວ. ສໍາຄັນກວ່ານີ້ ຜ່ານການກວດຫາເຊື້ອພະຍາດໂຄວິດ-19 ຂອງແຮງງານເຫລົ່ານີ້ແມ່ນພົບຜູ້ຕິດເຊື້ອເປັນຈຳ ນວນຫລາຍ ເຮັດໃຫ້ 3 ສະຖານທີ່ທີ່ໃຊ້ປິ່ນປົວຜູ້ຕິດເຊື້ອບໍ່ສາມາດຮອງຮັບໄດ້ອີກ ຄື: ໂຮງໝໍເມືອງໂພນທອງ ສາມາດບັນຈຸໄດ້ 81 ຄົນ ແລະ ໂຮງໝໍພາກສະໜາມ ຫລັກ 21 ສາມາດບັນຈຸໄດ້ 113 ຄົນ ແມ່ນເຕັມໝົດແລ້ວ, ຍັງເຫລືອພຽງໂຮງໝໍ 106 ທີ່ບັນຈຸໄດ້ 40 ຄົນ.
ຫົວໜ້າພະແນກສາທາລະນະສຸກແຂວງຈໍາປາສັກ ໃຫ້ຮູ້ຕື່ມວ່າ: ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນ, ອົງການປົກຄອງແຂວງ ຈະນຳໃຊ້ຫໍພັກວິທະຍາໄລການເງິນພາກໃຕ້ເປັນໂຮງໝໍພາກສະໜາມອີກແຫ່ງໜຶ່ງຂອງແຂວງ ແຕ່ຈະຮອງຮັບບໍ່ໄດ້ຫລາຍ, ຖ້າຫາກມີຜູ້ຕິດເຊື້ອເພີ່ມຂຶ້ນຈຳນວນ ຫລາຍຈະເຮັດໃຫ້ບໍ່ສາມາດຮອງຮັບຜູ້ຕິດເຊື້ອໄດ້ອີກແລ້ວ.

ສະນັ້ນ ແຮງງານລາວຖ້າຕ້ອງການເດີນທາງກັບຄືນປະເທດໃນໄລຍະນີ້ ດີແທ້ຄວນຫລີກຫລ່ຽງການເດີນທາງຜ່ານດ່ານສາກົນວັງເຕົາ-ຊ່ອງເມັກ ໃນໄລຍະນີ້ ແລະຫັນໄປເດີນທາງຜ່ານດ່ານສາກົນອື່ນແທນ, ພ້ອມນີ້ ຮຽກຮ້ອງໃຫ້ຄະນະສະ ເພາະກິດຂັ້ນສູນກາງຫາວິທີໃຫ້ການຊ່ວຍ ເຫລືອຢ່າງຮີບດ່ວນ ແລະ ຮຽກຮ້ອງມາຍັງແຂວງບັນດາແຂວງໃນທົ່ວປະເທດທີ່ມີແຮງງານຂອງຕົນເດີນທາງເຂົ້າປະເທດໂດຍຜ່ານດ່ານສາກົນວັງເຕົາ-ຊ່ອງເມັກ ໃຫ້ໄປຮັບເອົາແຮງງານຂອງຕົນໄປຈຳກັດບໍລິເວນ ເພື່ອຫລີກຫລ່ຽງບໍ່ໃຫ້ຈຳກັດບໍລິເວນຢູ່ແຂວງຈຳປາສັກ.
ສຳລັບແຂວງຈຳປາສັກ ມາຮອດວັນທີ 7 ກໍລະກົດນີ້ ມີຜູ້ຕິດເຊື້ອສະ ສົມທັງໝົດ 571 ຄົນ, ໃນນີ້ ປິ່ນປົວດີ 371 ຄົນ ແລະ ກຳລັງປິ່ນປົວ 200 ຄົນ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.