ປະທານາທິບໍດີ ໂຈ ໄບເດນ ປະກາດວ່າປະເທດສາມາດຫຼຸດພົ້ນຈາກໂ ຄ ວ ິ ດ ສໍາເລັດ

    0
    222

    ໃນວັນທີ 4 ກໍລະກົດ 2021 ທີ່ຜ່ານມາ ເນື່ອງໃນວັນຊາດຂອງສະຫະລັດອາເມລິກາ ປະທານາທິບໍດີ ໂຈ ໄບເດນ ປະກາດວ່າສະຫະລັດອາເມລິກາໄດ້ຮັບອິດສະຫຼະພາບຈາກໄວຣັສໂຄໂຣນາ ໂດຍສາມາດຢຸດການແຜ່ລະບາດຂອງໂຄວິດ-19 ໄດ້ສໍາເລັດ ເນື່ອງມາຈາກການສັກວັກຊີນທີ່ມີປະຊາກອນໃນໄວຜູ້ໃຫຍ່ ປະມານ 67% ໄດ້ຮັບການສັກວັກຊີນຢ່າງໜ້ອຍ 1 ໂດສ.

    ໂຈ ໄບເດນ ໄດ້ກ່າວວ່າ “ມື້ນີ້ພວກເຮົາທັງປະເທດສາມາດເວົ້າໄດ້ຢ່າງໝັ້ນໃຈວ່າອາເມລິກາກໍາລັງຈະກັບມາ ເຖິງແມ່ນວ່າທຸກມື້ນີ້ໄວຣັສຈະຍັງບໍ່ທັນໝົດໄປ ແຕ່ມັນກໍບໍ່ໄດ້ເຂົ້າມາມີສ່ວນຮ່ວມກັບຊີວິດຂອງພວກເຮົາອີກຕໍ່ໄປ ມັນຈະບໍ່ເຮັດໃຫ້ປະເທດເຮົາເປັນອໍາມະພາດອີກ ແລະ ພາຍໃຕ້ອໍານາດຂອງພວກເຮົາຈະເຮັດໃຫ້ແນ່ໃຈວ່າຈະບໍ່ເກີດເຫດການແບບນີ້ຂຶ້ນອີກ”.

    ທັງນີ້ ໂຈ ໄບເດນ ຍັງຮຽກຮ້ອງໃຫ້ປະຊາຊົນຊາວອາເມລິກາທີ່ຍັງບໍ່ທັນໄດ້ຮັບການສັກວັກຊີນໃຫ້ເຂົ້າມາສັກວັກຊີນ ເນື່ອງຈາກສະຫະລັດໄດ້ຮັບຄວາມສູນເສຍໄປຢ່າງຫຼວງຫຼາຍຈາກການລະບາດຂອງພະຍາດໂຄວິດ-19 ໂດຍມີປະຊາກອນເສຍຊີວິດຫຼາຍກວ່າ 603,000 ຄົນ ແລະ ການສັກວັກຊີນຍັງເປັນການສະແດງເຖິງຄວາມຮັກຊາດທີ່ທຸກຄົນສາມາດສະແດງອອກໄດ້.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.