ເມືອງຄົງເຊໂດນ ແຂວງສາລະວັນ ສືບຕໍ່ປະຕິບັດມາດຕະການລັອກດາວ

    0
    143

    ຫຼັງຈາກທີ່ ເມືອງຄົງເຊໂດນ ແຂວງສາລະວັນ ໄດ້ກວດພົບຜູ້ຕິດເຊື້ອໃໝ່ ໃນວັນທີ 4 ມິຖຸນາ 2021 ທີ່ຜ່ານມາ. ດັ່ງນັ້ນ ເຈົ້າເມືອງ ເມືອງຄົງເຊໂດນ ຈື່ງໄດ້ອອກແຈ້ງການດ່ວນ ລົງວັນທີ 5 ກໍລະກົດ 2021 ໂດຍມີເນື້ຶອໃນ:ໃຫ້ສືບຕໍ່ປະຕິບັດມາດຕະການຄໍາສັ່ງເລກທີ 15/ນຍປິດບ້ານຊົ່ວຄາວ ພ້ອມທັງຕັ້ງຈຸດອອກເຂົ້າ 24

    ຊົ່ວໂມງ ໃນ 4 ບ້ານ ຄື: ບ້ານຄົງໃຫ່ຍ, ບ້ານຄົງນ້ອຍ, ບ້ານທົ່ງຈະເລີນ ແລະ ບ້ານ ຄົງນະຄອນປິດການສັນຈອນ ແຕ່ເວລາ 9:00 ໂມງແລງ ຫາ 5:00 ໂມງເຊົ້າ (ຍົກເວັ້ນກໍລະນີສຸກເສີນ)ປິດຮ້ານກິນດື່ມ, ບັນເທີງ-ຄາຣາໂອເກະ, ຄຣິນິກ, ສະໜຸກເກີ, ເສີມສວຍ, ຕັດຜົມ, ສະໜາມຕີໄກ່ ແລະ ອຶ່ນໆປິດການຮຽນ-

    ການສອນ ໃນລະດັບ ມໍ1-2-3 ເຖິງ ມໍ5-6, ສ່ວນ ມໍ4 ແລະ ມໍ7 ແມ່ນຮຽນປົກກະຕິ ແຕ່ໃຫ້ຮັກສາມາດຕະການເປີດຮ້ານຂາຍຍົກ-ຂາຍຍ່ອຍ, ຮ້ານຂາຍເຄື່ອງກໍ່ສ້າງ, ຮ້ານແປງລົດ, ໂຮງງານນ້ຳດື່ມ, ໂຮງງານ້ຳກ້ອນຕິດຕາມຜູ້ທີ່ເດີນທາງມາຈາກພື້ນທີ່ສ່ຽງ ທັງພາຍໃນ ແລະ ຕ່າງປະເທດສຳລັບທ່ານໃດ, ສົງໄສວ່າຕົນເອງສຳພັດກັບຜູ້ຕິດເຊື້ອ ແມ່ນໃຫ້ຈຳກັດບໍລິເວນດ່ວນ ຖ້າມີອາການຕາມນິຍາມຂອງພະຍາດໂຄວິດ-19 ແມ່ນໃຫ້ໄປພົບແພດດ່ວນ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.