ຖ້າບໍ່ມີການສະກັດກັ້ນຢ່າງຈິງຈັງ ລາວອາດຈະປະເຊີນກັບ ໂ ຄ ວ ິ ດ ກາຍພັນຊະນິດຕ່າງໆ

    0
    325

    ຂະນະນີ້ ເຖິງແມ່ນວ່າການລະບາດ ໂ ຄ ວ ິ ດ ຮອບ 2 ໃນລາວຈະມີທ່າອ່ຽງຫລຸດລົງເມື່ອທຽບໃສ່ໃນລະຫວ່າງເດືອນເມສາ ທີ່ຜ່ານມາກໍຕາມ, ແຕ່ທີ່ໜ້າເປັນຫ່ວງກໍຄືລາວເຮົາພົບໂ ຄ ວ ິ ດ ກາຍພັນແລ້ວ 2 ຊະນິດ ໃນໄລຍະ 2-3 ວັນທີ່ຜ່ານມາ: ໂ ຄ ວ ິ ດ ກາຍພັນ ເດລຕາ ແລະ ໂ ຄ ວ ິ ດ ກາຍພັນ ແລະ ຄາດວ່າຍັງຈະພົບຫລາຍໆ ສາຍພັນຕື່ມອີກ ຖ້າພວກເຮົາພີ່ນ້ອງປະຊາຊົນລາວ ແລະ ເຈົ້າໜ້າທີ່ຂອງອົງການຈັດຕັ້ງພັກ-ລັດ ບໍ່ເຂັ້ມງວດໃນການຄັດກອງ ຄົນ

    ເຂົ້າອອກເມືອງຢ່າງເຄັ່ງຄັດ ແລະ ປ້ອງກັນ ຕິດຕາມກວດກາຄົນລັກລອບເຂົ້າເມືອງຜິດກົດໝາຍຢ່າງຈິງຈັງ.ຂະນະນີ້, ບັນດາປະເທດເພື່ອນບ້ານໃກ້ຄຽງຕິດຈອດກັບລາວມີການລະບາດຮ້າຍແຮງ ແລະ ລ້ວນແຕ່ພົບເຫັນສາຍພັນຕ່າງໆ ເກີດຂຶ້ນແລ້ວ. ດັ່ງນັ້ນ ຖ້າລາວເຮັດບໍ່ເອົາໃຈໃສ່ປ້ອງກັນຢ່າງເຂັ້ມແຂງ ກໍຄົງຈະຫລີກລ່ຽງບໍ່ມົ້ມສາຍພັນຕ່າງໆ ຈະເຂົ້າມາລາວນັບມື້ນັບຫລາຍຂຶ້ນ. ດ້ານໜຶ່ງອີກ, ຂະນະນີ້ແຮງງານລາວກຳລັງແຫ່ກັນກັບຄືນປະເທດໂດຍຖືກຕ້ອງ ແລະ ບໍ່ຖືກຕ້ອງ ຈຶ່ງນັບວ່າມີ

    ຄວາມສ່ຽງສູງທີ່ຈະນຳເອົາເຊື້ອ ໄວຣັດກາຍພັນເຫລົ່ານັ້ນເຂົ້າມາພ້ອມ.ດັ່ງທີ່ພວກເຮົາຮັບຮູ້ນຳກັນແລ້ວວ່າ ໂຄວິດ ກາຍພັນສາຍພັນຕ່າງໆນັ້ນລ້ວນແຕ່ມີວິວັດທະນາການ ທີ່ມີລັກສະນະຮູນແຮງກວ່າເດີມ, ແພ່ເຊື້ອໄດ້ໄວ, ບໍ່ສະແດງອາການ ແຕ່ເມື່ອສະແດງອາການອອກມາກໍຖືວ່າຮ້ານແຮງກວ່າທີ່ຈະຮັບມືໄດ້, ຈຳນວນຜູ້້ສຍຊີວິດຈາກໂຄວິດ ກາຍພັນຊະນິດຕ່າງໆ ໃນໂລກນັບມື້ເພີ່ມຫລາຍຂຶ້ນ.ຢືນຢູ່ຕໍ່ໜ້າສະພາບການດັ່ງກ່າວ, ລາວເຮົາຈຶ່ງມີຄວາສ່ຽງທີ່ຈະຕິດເຊື້ອໄວຣັດດັ່ງກ່າວນັບມື້ຫລາຍຂຶ້ນ.

    ເວົ້າແບບນີ້ບໍ່ແມ່ນເວົ້າໃຫ້ຕົກໃຈ ຫຼື ໃຫ້ແຕກຕື່ນແຕ່ຢ່າງໃດ ແຕ່ເວົ້າໃຫ້ທຸກຄົນເຫັນໄດ້ຄວາມອັນຕະລາຍທີ່ຈະເກີດຂຶ້ນ ເພື່ອພ້ອມກັນມີສະຕິໃນການປ້ອງກັນຕົວເອງ, ປະຕິບັດມາດຕະການຕ່າງໆທີ່ລັດຖະບານ, ຄະນະສະເພາະກິດ ແລະ ກະຊວງສາທາລະນະສຸກວາງອອກຢ່າງເຄັ່ງຄັດ.ຖ້າພວກເຮົາຮ່ວມແຮງຮ່ວມໃຈ ພ້ອມກັນປະຕິບັດມາດຕະການຕ່າງໆ ທີ່ພວກເຮົາເຄີຍເວົ້າກັນຜ່ານມານັ້ນໄດ້ດີ ກໍຄົງຈະບໍ່ມີການສູນເສຍ ແລະ ຄວາມໂສກເສົ້າເສຍໃຈ ຈາກພະຍາດ ໂ ຄ ວ ິ ດ ເກີດຂຶ້ນໃນປະເທດລາວອີກ.