ວັນຈັນ:ການງານ ປະກອບທຸລະກິດກ່ຽວກັບການບໍລິການກໍ່ໃຫ້ເກີດໂຊກ ການຕິດຕໍ່ເລື່ອງການງານຕ້ອງໃສ່ໃຈລາຍລະອຽດໃນການນຳສະເໜີ ການເງິນ ເປັນມື້ໂຊກ ຈະໄດ້ເງີນເຂົ້າມາຫລາຍກວ່າໜຶ່ງເທື່ອ ຊ່ວງນີ້ດວງດ້ານການເງີນດີຫລາຍ ໆ ຄວາມຮັກ ຍັງຄິດຮອດໃຜບາງຄົນ ເປັນຄົນຜິວຂາວທີ່ທ່ານຢາກຈະເຫັນໜ້າ ຢາກຈະພົບໃນຊ່ວງນີ້
ວັນຄານ:ການງານ ເຮັດວຽກໄດ້ຢ່າງເປັນມືອາຊີບສະເໝີ ມີຄວາມລະອຽດ ແຕ່ກໍຕ້ອງພົບຄວາມວຸ້ນວາຍ ແລະຄວາມກົດດັນໃນເລື່ອງການສ້າງຜົນງານອອກມາຢ່າງວ່ອງໄວເພື່ອໃຫ້ຜູ້ໃຫຍ່ພຶງພໍໃຈ ການເງິນ ບໍ່ສາມາດໃຊ້ເງີນຫຼາຍໆໄດ້ຄືແຕ່ກ່ອນ ໃນຊ່ວງນີ້ຄວນວາງແຜນການໃຊ້ຈ່າຍຢ່າງອ້ອມຄອບ ແລະໃຊ້ຈ່າຍຢ່າງປະຫຢັດ ຄວາມຮັກ ຍັງເປັນຄົນເກົ່າທີ່ເຄີຍຄົບຫາຢູ່ ຄວາມສຳພັນຍັງຊົງຕົວ ບໍ່ມີໃຫ້ຄິດຫຼາຍ
ວັນພຸດ:ການງານ ເຮັດໃຫ້ເກີດຄວາມເມືອຍໃນຊ່ວງນີ້ ແຕ່ກໍເປັນການຢຸດພັກເພື່ອເພີ່ມພະລັງໃນການສ້າງຜົນງານທີ່ໂດດເດັ່ນ ການເງິນ ໝຸນຫາໃຊ້ຈ່າຍໄດ້ຢ່າງຄ່ອງຕົວ ຢ່າງທ່ານຄາດຫວັງ ສັ່ງໄດ້ໃນຊ່ວງນີ້ ຄວາມຮັກ ໂດດເດັ່ນໃນການພົບຄົນຜິວຂາວ ມີສະເນ່ ມີໂອກາດສົມຫວັງໃນເລື່ອງຂອງຄວາມຮັກໄດ້ເປັນຢ່າງດີ
ວັນພະຫັດ:ການງານ ເຮັດໃນສິ່ງທີ່ຮັກ ສິ່ງທີ່ມັກເທົ່ານັ້ນຈຶ່ງຈະດີ ແຕ່ບາງເທື່ອກໍຮູ້ສຶກເບື່ອໆ ແລະຍັງບໍ່ແນ່ໃຈວ່າຕ້ອງການງານແບບໃດຫລາຍກວ່າກັນ ການເງິນ ໝຸນຫາໃຊ້ຈ່າຍໄດ້ຢ່າງຄ່ອງຕົວ ແມ່ນຈະມີລາຍຈ່າຍທີ່ຕ້ອງຈ່າຍອອກໄປ ແຕ່ກໍພໍທີ່ຈະມີເງີນເຫຼືອເກັບຢູ່ ຄວາມຮັກ ເປັນການພົບກັນຢ່າງບັງເອີນ ແຕ່ຍັງບໍ່ມີເວລາໃຫ້ກັນປານໃດ ຊຶ່ງໂດດເດັ່ນເປັນຄົນຜິວຂາວ
ວັນສຸກ:ການງານ ບໍ່ຮູ້ຈະຈັບຕົ້ນຊົນປາຍແນວໃດໃນການແກ້ໄຂບັນຫາເລື່ອງການງານ ເພາະຊ່ວງນີ້ບັນຫາຫຼາຍຢ່າງເຂົ້າມາພ້ອມໆ ກັນ ການເງິນ ມີແຕ່ເລື່ອງຈ່າຍໃນຊ່ວງນີ້ ຄວບຄຸມລາຍຈ່າຍບໍ່ໄດ້ ແລະເມື່ອຕ້ອງຈ່າຍຄວນມີຄວາມອ້ອມຄອບໃຫ້ຫລາຍ ໆ ຄວາມຮັກ ໂດດເດັ່ນໃນການພົບກັນໃນຊ່ວງນີ້ ແລະສາມາດພັດທະນາຄວາມສຳພັນໄດ້ຢ່າງດີກວ່າເທື່ອກ່ອນໆ
ວັນເສົາ:ການງານ ເຮັດວຽກຢ່າງເຕັມທີ່ ແມ່ນຈະບໍ່ມັກກໍຕາມ ຈະເກີດຄວາມສຳເລັດລຸລ່ວງໄປໄດ້ເປັນຢ່າງດີໃນໄລຍະນີ້ ການເງິນ ດ້ວຍຄວາມດຸໝັ່ນໃນການເຮັດວຽກງານພິເສດ ຈະເຮັດໃຫ້ທ່ານໄດ້ເງີນເຂົ້າມາເພິ່ມເຕິມເພີ່ມຂຶ້ນຢ່າງເປັນ ໂຊກ ຄວາມຮັກ ໂດດເດັ່ນໃນເລື່ອງຂອງຄວາມມີສະເນ່ ໃນຊ່ວງນີ້ມີຄົົນທີ່ເຂົ້າມາ ແຕ່ກໍຂຶ້ນຢູ່ກັບລາວວ່າຈະເລືອກທ່ານຫລືບໍ່ນັ້ນເອງ
ວັນອາທິດ:ການງານ ການແກ້ໄຂບັນຫາສະເພາະໜ້າຕ່າງໆ ຍັງເຮັດໄດ້ດີ ການເຈລະຈາຕໍ່ລອງກັບຜູ້ໃຫຍ່ຈະສົ່ງຜົນດີີໃນໄລຍະຍາວ ການເງິນ ຊ່ວງນີ້ເປັນການຈ່າຍເງີນເພື່ອຊື້ຫາສິ່ງຂອງທີ່ທ່ານມັກເປັນພິເສດເຂົ້າມານັ້ນເອງ ຄວາມຮັກ ຍັງຄິດເຖິງໃຜບາງຄົນຢູ່ ແຕ່ຍັງບໍ່ຕັດສິນໃຈໃນເລື່ອງເຫຼົ່ານີ້ ເປັນການເບິ່ງໆ ກັນໄປກ່ອນຫລາຍກວ່າ