ປະກາດຕາມຫາ ມື້ທີ 3 ແລ້ວ ແຕ່ຍັງບໍ່ພົບຕົວຜູ້ລັກລອບເຂົ້າປະເທດທີ່ຫລົບໜີຈາກການກວດຫາເ ຊ ື ້ ອ ໂ ຄ ວ ິ ດວັນທີ 30 ມິຖຸນາ2021 ຜ່ານມາ ປກສ ນະຄອນຫລວງວຽງຈັນ ປະກາດຊອກຫາບຸກຄົນທີ່ລັກລອບເຂົ້າ-ອອກເມືອງຕາມຊາຍແດນແມ່ນ້ຳຂອງ ແລ້ວເອົາຕົວຫລົບໜີ ເຊິ່ງມີຄວາມສ່ຽງຕິດເ ຊ ື ້ ອ ພ ະ
ຍ າ ດ ໂ ຄ ວ ິ ດ ຜູ້ກ່ຽວຊື່ ທ້າວ ເຕ້ ອາຍຸ 30 ປີ, ປະຊາຊົນ ບ້ານໂຄກເພີງ ລັກລອບຂ້າມມາແຕ່ປະເທດໄທ ປະຈຸບັນ ທ້າວ ເຕ້ ແລະ ຜູ້ຍິງຄົນອີກຄົນໜຶ່ງແມ່ນໄດ້ເອົາຕົວຫລົບໜີ ຈາກການກວດກາກັກກັນຫາເ ຊ ື ້ ອ ພ ະ ຍ າ ດ ໂ ຄ ວ ິ ດ.ມາຮອດວັນທີ 2 ກໍລະກົດ 2021 ຄະນະສະເພາະກິດຖະແຫລງວ່າ ຍັງບໍ່
ສາມາດນຳຕົວຜູ້ກ່ຽວມາກວດຫາເຊື້ອໄດ້ເທື່ອ ດັ່ງນັ້ນ ຈຶ່ງແຈ້ງເຖິງປະຊາຊົນ ຖ້າຫາກພົບເຫັນບຸກຄົນດັ່ງກ່າວແມ່ນໃຫ້ແຈ້ງເຈົ້າໜ້າທີ່ບ່ອນໃກ້ທ່ານ ຫຼື ແຈ້ງມາທີ່ ເບີ 020 5556-6882 ແລະ ເບີວອດແອັບ ປກສ ນວ 020 2889-9774