ປະກາດຊອກຫາບຸກຄົນທີ່ລັກລອບເຂົ້າ-ອອກເມືອງຕາມຊາຍແດນແມ່ນ້ຳຂອງ ແລ້ວເອົາຕົວຫຼົບໜີ

    0
    1621

    ປະກາດຊອກຫາບຸກຄົນທີ່ລັກລອບເຂົ້າ-ອອກເມືອງຕາມຊາຍແດນແມ່ນ້ຳຂອງ ແລ້ວເອົາຕົວຫຼົບໜີ ທີມີຄວາມສ່ຽງຕິດເຊື້ອພະຍາດໂຄວິດ-19 ວັນທີ 27 ມິຖຸນາ 2021 ປກສ ກຸ່ມໂຄກເພີງ ແລະ ທະຫານຊາຍແດນກອງຮ້ອຍ 241 ປະຈຳເມືອງສັງທອງ ໄດ້ຮັບແຈ້ງວ່າ: ທ້າວ ເຕ້ ອາຍຸ 30 ປີ, ປະຊາຊົນ

    ບ້ານໂຄກເພີງ ລັກລອບຂ້າມມາແຕ່ປະເທດໄທ ປະຈຸບັນ ທ້າວ ເຕ້ ແລະ ຜູ້ຍິງຄົນອີກຄົນໜຶ່ງແມ່ນໄດ້ເອົາຕົວຫຼົບໜີ ຈາກການກວດກາກັກກັນຫາເຊື້ອພະຍາດໂຄ

    ວິດ-19.ກອງບັນຊາການ ປກສ ນວ ຂໍແຈ້ງມາຍັງພໍ່ແມ່ປະຊາຊົນ ຊາວ ນວ ຖ້າຫາກພົບເຫັນບຸກຄົນດັ່ງກ່າວແມ່ນໃຫ້ແຈ້ງເຈົ້າໜ້າທີ່ບ່ອນໃກ້ທ່ານ ຫຼື ແຈ້ງມາທີ່ ເບີ 020 5556-6882 ແລະ ເບີວອດແອັບ ປກສ ນວ 020 2889-9774 ແລະ ຜ່ານຊ່ອງທາງເພຈເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ