ຫົດຫູ່ໃຈ ແມ່ນໍ້າຢູ່ອິນເດຍເພີ່ມຂື້ນສູງ ເຮັດໃຫ້ສົບຈໍານວນຫຼາຍໄຫຼມາຕາມແມ່ນໍ້າ

    0
    4333

    ໃນວັນທີ 28 ມິຖຸນາ 2021 ສໍານັກຂ່າວຕ່າງປະເທດໄດ້ລາຍງານວ່າ, ໃນຂະນະນີ້ປະເທດອິນເດຍກໍາລັງເຂົ້າສູ່ລະດູຝົນ ເຊິ່ງເຮັດໃຫ້ມີຝົນຕົກໜັກໃນຊ່ວງທ້າຍເດືອນ ມິຖຸນາ ຫາ ເດືອນ ກັນຍາ ໃນຫຼາຍພື້ນທີ່ຂອງເມືອງອະລາຮາ ຂອງອິນເດຍ.

    ຈາກເຫດການຝົນຕົກໜັກດັ່ງກ່າວ ໄດ້ເຮັດໃຫ້ລະດັບນໍ້າສູງຂື້ນສົ່ງຜົນເຮັດໃຫ້ສົບຂອງຜູ້ເສຍຊີວິດຈາກພະຍາດໂຄວິດ-19 ທີ່ຖືກນໍາມາຝັງຕາມແຄມແມ່ນໍ້າໄຫຼມາຕາມສາຍນໍ້າປະມານ 150 ກວ່າສົບ ພ້ອມທັງສົ່ງກິ່ນເໝັນໄປທົ່ວ.

    ທາງດ້ານເຈົ້າໜ້າທີ່ທ້ອງຖິ່ນໄດ້ກ່າວວ່າ ສົບທີ່ລອຍມານັ້ນເກີດຈາກລະດັບນໍ້າໃນແມ່ນໍ້າເພີ່ມສູງຂື້ນ ແລະ ຄາດວ່າຈະມີສົບອີກປະມານ 500-600 ສົບທີ່ຖືກຝັງຕາມແຄມແມ່ນໍ້າ, ໃນຂະນະນີ້ເຈົ້າໜ້າໄດ້ເລັ່ງນໍາເອົາສົບຈໍານວນດັ່ງກ່າວຂື້ນມາເຜົາ ເພື່ອປ້ອງກັນການແຜ່ລະບາດຂອງເຊື້ອພະຍາດ.