ຊົມເຊີຍຈັ່ງແມ່ນມີບຸນໄດ້ຜົວດີ ສາວໂພສເລື່ອງຜົວ ກ່ອນແຕ່ງ ແລະ ຫຼັງແຕ່ງ ເຫັນແລ້ວຜົວແບບນີ້ໃຜກໍປາຖະນາ

    0
    2414

    ສາວໂພສ Manida Skt ເລືອກຄູ່ຜິດຄິດຈົນມື້ດັບ ຄົນທີ່ເຮົາເລືອກ ໃຫ້ເປັນ ພໍ່ຂອງລູກ ຕ້ອງແບບນີ້
    ບຸນໃຜບຸນມັນເລື່ອງແບບນີ້ ສາວໂພສເລື່ອງຜົວ ກ່ອນແຕ່ງ ແລະ ຫຼັງແຕ່ງ ເຫັນແລ້ວຜົວແບບນີ້ໃຜກໍປາຖະນາ

    ນອກຈາກພໍ່ແລ້ວ ຜູ້ຊາຍທີ່ເຮັດໃຫ້ໄດ້ທຸກຢ່າງກະຄື ຜົວ ອິດສາເດ້ໄດ້ຜົວດີອີກແລ້ວຄົນນີ້
    ຊົມເຊີຍຈັ່ງແມ່ນມີບຸນໄດ້ຜົວດີ ຊີວິດຫຼັງແຕ່ງງານຂອງພໍ່ຂອງລູກ ຊາຍທີ່ເຮັດວຽກເຮືອນໄດ້, ໃຫ້ກຽດ, ເປັນທີ່ປຶກສາທີ່ດີ ແລະ ຟັງຄວາມເມຍ

    ເລືອກຄູ່ຜິດຄິດຈົນມື້ດັບ ຄຳນີ້ເຄີຍໄດ້ຍິນມາຕະຫຼອດ ມື້ນີ້ວ່າງ ຊິມາເລົ່າເລື່ອງຜົວຫຼັງແຕ່ງງານ
    ນອກຈາກພໍ່ແລ້ວ ຜູ້ຊາຍທີ່ເຮັດໃຫ້ໄດ້ທຸກຢ່າງກະຄື ຜົວ ຄົນທີ່ເຮົາເລືອກໃຫ້ເປັນພໍ່ຂອງລູກ

    1 ເປັນຜູ້ຊາຍທີ່ເຮັດວຽກເຮືອນໄດ້ໂດຍບໍ່ເຄີຍຕິເຄີຍອາຍເລີຍ
    2 ເປັນຜູ້ຊາຍທີ່ໃຫ້ກຽດເມຍຕະຫຼອດເວລາ ບໍ່ເຄີຍຮ້າຍເຄີຍຈົ່ມ ມີແຕ່ຟັງເມຍຈົ່ມ555
    3 ເປັນທັງພໍ່ທັງແມ່ໃຫ້ລູກໄດ້ ບໍ່ເຄີຍນີ້ງໃສ່ເມຍ ຄັນເອົາລູກເຂົ້າເຕົ້າແທນໄດ້ພໍດີຄົບສູດ555

    4 ເປັນຜູ້ຊາຍທີ່ຊື່ຕົງ ບໍ່ນອກລູ້ນອກທາງ ນິແຫຼະຕັ້ງແຕ່ຄົບກັນມາ ບໍ່ເຄີຍມີເລື່ອງຜູ້ຍິງໃຫ້ປວດປະສາດ ເພາະເມຍຄົນດຽວກະເຈັບຫົວພໍແຮງແລ້ວ
    5 ເປັນຜູ້ນຳຄອຍໃຫ້ຄຳປຶກສາທີ່ດີ ໂດຍສະເພາະຊັບພອດ ດ້ານການລົງທຶນໃຫ້ເມຍຄ້າຂາຍ (ເມຍຈົນເປັນແມ່ຄ້າຂາຍແພ)

    6 ເປັນຜູ້ຊາຍຕິດເມຍ ເວົ້າເລື່ອງໄປກີນເຫຼົ້າກີນເບຍເມຍໄປບໍ່ໄດ້ຄືບໍ່ໄປເລີຍ(ໄປເລີຍ555) ໄປຄົນດຽວເມຍຊິໂທນຳ 555
    Post ໄວ້ແຈ້ງເຕືອນທຸກໆປີໃຫ້ລູກເບີ່ງ ເພື່ອຕອນຜິດກັນຊິໄດ້ກັບມາເບີ່ງ
    (ອານາຄົດຊິເປັນຈັ່ງໃດບໍ່ຮູ້ໆແຕ່ວ່າຕອນນີ້ມີຄວາມສຸກດີ)

    .

    .

    ບາງຄຳເວົ້າກະກ໊ອບເຂົາ ເພາະຖືກກັບຊີວິດໂຕເອງ
    ບາງຄຳເວົ້າກະເວົ້າມາຈາກຫມາກຫົວໃຈ ຂອງໂຕເອງ ຖ້າມັກກະຝາກແຊລໄດ້ເດີ