ແຈ້ງການຈາກຄະນະກໍາມະການປ້ອງກັນເມືອງໂພນໂຮງ​ ແຂວງວຽງຈັນ

    0
    227

    ຄະນະກໍາມະການປ້ອງກັນ, ສະກັດກັນພະຍາດໂຄວິດ 19 ເມືອງໂພນໂຮງແຈ້ງການເພື່ອສືບຕໍ່ຈັດຕັ້ງປະຕິບັດມາດຕະການດັ່ງນີ້:1.ສືບຕໍ່ເພີ່ມທະວີການໂຄສະນາ, ສຸຂະສຶກສາ ແລະ ເປັນເຈົ້າການປະຕິບັດມາດຕະການປ້ອງກັນເຊື້ອພະຍາດໂຄວິດ 19.2.ສືບຕໍ່ປິດກິດຈະການຮ້ານບັນເທີງ, ຮ້ານຄາລາໂອເກະ, ຮ້ານກິນດື່ມ, ຮ້ານອາຫານບຸບເຟທຸກປະເພດ, ຮ້ານອິນເຕີເນັດຄາເຟ, ຮ້ານເກມ, ຮ້ານນວດ-ສະປາ, ຮ້ານຮົມຢາພື້ນເມືອງ, ຮ້ານສະນຸກເກີ, ສັງວຽນຕີໄກ່, ສູນກິລາໃນຮົ່ມ, ຫ້າມຈັດກິດຈະກໍາເຕະບານ, ຕີມວຍ ແລະ ອື່ນໆ.

    3.ໃຫ້ກອງບັນຊາການ ປກສ ເມືອງ ປີດບໍລິການເອກະສານຊົ່ວຄາວຈົນກວ່າຈະມີຄໍາສັ່ງໃຫ້ສືບຕໍ່ຈຶ່ງຈັດຕັ້ງປະຕິບັດ.4.ຫ້າມບໍ່ໃຫ້ບ້ານຮັບເອົາຜົນລະເມືອງທີ່ຍົກຍ້າຍມາແຕ່ຈຸດອື່ນທີ່ມີການແຜ່ລະບາດຂອງພະຍາດໂຄວິດ 19 ຫຼື ມາຈາກຈຸດທີ່ມີຄວາມສຽງ ຍົກເວັ້ນກໍລະນີຈໍາເປັນ ແລະ ຕ້ອງໄດ້ຮັບການສັກວັກຊີນຄົບສອງເຂັມ, ມີໃບເດີນທາງຈາກຄະນະສະເພາະກິດບ່ອນທີ່ຜູ້ຈະມາອອກໃຫ້ຈຶ່ງອະນຸຍາດໃຫ້ມາໄດ້.5. ສືບຕໍ່ປີດບັນດາໂຮງຈັກ, ໂຮງງານ,​ ຫົວໜ່ວຍຫັດຖະກໍາທີ່ຢູ່ໃນເຂດ ຫຼື ກໍານົດເປັນບ້ານແດງ ຍົກເວັ້ນໂຮງຈັກ, ໂຮງງານທີ່ມີຫໍພັກພະນັກງານປະຈໍາ ແລະ ພະນັກງານໄດ້ສັກຢາວັກຊີນຄົບທັງສອງເຂັມແລ້ວ.

    6.ສືບຕໍ່ຫ້າມປະຊາຊົນ ຫຼື ບຸກຄົນເດີນທາງເຂົ້າອອກທ້ອງຖີ່ນ ຫຼື ເຂດທີ່ມີການຕິດເຊື້ອຢ່າງເດັດຂາດ.7.ຫ້າມຈັດງານລ້ຽງສັງສັນ, ຊຸມແຊວ, ມົ້ວສຸມ (ເຫຼົ້າ-ເບຍ) ທຸກຮູບແບບໃນທຸກສະຖານທີ່.8. ກໍານົດບ້ານໃໝ່ ເປັນບ້ານແດງ (ບ້ານທີ່ມີການລະບາດຂອງເຊື້ອພະຍາດໂຄວິດ19) ຢູ່ເມືອງໂພນໂຮງ ແລະ ໃຫ້ປີດບ້ານຈົນກວ່າຈະບໍ່ມີການແຜ່ລະບາດຂອງພະຍາດໂຄວິດ 19.​ ພ້ອມນີ້ໃຫ້ຢຸດເຊົາກິດຈະການຊົ່ວຄາວຂອງຫົວໜ່ວຍກິດຈະການທຸກໆກິດຈະການຢູພາຍໃນບ້ານ. – ຢູ່ບ້ານອື່ນໆໃຫ້ເອົາໃຈໃສ່ ແລະ ເປັນເຈົ້າການໃນການຕິດຕາມຄົນເຂົ້າ-ອອກ ແລະ ປະຕິບັດມາດຕະການຕາມຄໍາສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ,​ ມີການລາຍງານຢ່າງເປັນປົກກະຕິ.

    9.ໃຫ້ຄະນະກໍາມະການປ້ອງກັນ,ສະກັດກັ້ນພະຍາດໂຄວິດ 19 ເມືອງໂພນໂຮງປະສານສົມທົບກັບຄະນະ ຮັບຜິດຊອບກຸ່ມບ້ານ, ປກສ ກຸ່ມບ້ານ ກວດກາຢ່າງເປັນປົກກະຕິ.10.ມອບໃຫ້ຄະນະສະເພາະກິດວຽກງານ ໂຄວິດເມືອງໂພນໂຮງ,​ ຂະແຫນງການກ່ຽວຂ້ອງ,​ ກຸ່ມບ້ານ,​ ອົງການປົກຄອງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງເປັນເຈົ້າການຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ ແລະ ເລີ່ມຈັດຕັ້ງປະຕິບັດນັບແຕ່ມື້ລົງລາຍເຊັນນີ້ເປັນຕົ້ນໄປຈົນເຖິງວັນທີ 4/7/2021.